ໃນລະຫວ່າງວັນທີ 29 ມີຖຸນາ ຫາວັນທີ 8 ກໍລະກົດ 2021 ອົງການກາແດງລາວ ຈັດເຝິກອົບຮົມໃຫ້ອາສາສະໝັກອົງການກາແດງແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ໂດຍໄດ້ມີຂະແໜງການຕ່າງໆຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 72 ຄົນ ຍິງ 19 ຄົນ ເພື່ອຂະຫຍາຍອາສາສະໝັກກາແດງລາວໃຫ້ກວ້າງຂວາງ ແລະ ມີປະສິດທິພາບ ເພື່ອຮອງຮັບໃຫ້ການຊ່ວຍເຫຼືອປະຊາຊົນໃນເວລາສຸກເສີນ.

ອົງການກາແດງລາວ ໄດ້ສືບຕໍ່ສ້າງອາສາສະໝັກ ແລະ ໃຫ້ຄວາມຮູ້ວຽກງານກາແດງແກ່ອາສາສະໝັກກາແດງລາວ 2 ແຂວງພາກເໜືອ ບົດຮຽນທີ່ນຳມາອົບຮົມຄັ້ງນີ້ ປະກອບມີຄວາມຮູ້ກ່ຽວກັບຂະບວນການກາແດງ ວຽກງານກາແດງລາວ ການປະຖົມພະຍາບານ ໄພພິບັດ ແລະ ການຮັບມືກັບໄພພິບັດ ແລະ ການສົ່ງເສີມສຸຂະພາບໃນເວລາເກີດໄພພິບັດ ເພື່ອເປັນການກະຕຸກຊຸກຍູ້ໃຫ້ອາສາສະໝັກກາແດງລາວມີຄວາມຫ້າວຫັນ ເປັນແບບຢ່າງປະກອບສ່ວນເຄື່ອນໄຫວວຽກງານ ນອກນັ້ນ ຍັງໄດ້ຮ່ຳຮຽນຂະບວນການກາແດງ ແລະ 7 ຫຼັກການພື້ນຖານຂອງຂະບວນການກາແດງ ສິດ ໜ້າທີ່ ພາລະບົດບາດຂອງອົງການກາແດງລາວ ບົດບາດຍິງ-ຊາຍ ຄວາມຮູ້ເບື້ອງຕົ້ນກ່ຽວກັບການປ່ຽນແປງດິນຟ້າອາກາດ.
ໂອກາດນີ້ ທ່ານປະທານອົງການກາແດງລາວ ໄດ້ສະແດງຄວາມຊົມເຊີຍມາຍັງຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ຕັດສິນໃຈສູງ ເພື່ອເຂົ້າຮ່ວມເປັນຕົວແທນໃຫ້ພະນັກງານກາແດງ ໃນການປະຕິບັດໜ້າທີ່ ເອົາໃຈໃສ່ໃນເວລາເກີດເຫດສຸກເສີນ ແລະ ພ້ອມກັນເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ເປັນຜູ້ທີ່ຍອມເສຍສະຫຼະເພື່ອຜົນປະໂຫຍດລວມ ເອົາໃຈໃສ່ຕິດຕາມ ມີສ່ວນຮ່ວມ ນຳໄປປະຕິບັດຕົວຈິງຢ່າງມີໝາກຜົນ.

. # ຂ່າວ & ພາບ : ບຸນມີ ສີວິໄລ