ປະກາດສັບຊ້ອນການຈັດຕັ້ງຄະນະບໍລິຫານງານພັກກະຊວງການຕ່າງປະເທດ

    ວັນທີ 9 ກໍລະກົດ 2021 ກະຊວງການຕ່າງປະເທດໄດ້ຈັດພິທີປະກາດສັບຊ້ອນການຈັດຕັ້ງຂອງຄະນະບໍລິຫານງານພັກກະຊວງ ຄະນະລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າກົມ ແລະ ປະກາດອະນຸມັດໃຫ້ພະນັກງານ-ລັດຖະກອນພັກຜ່ອນທາງລັດຖະການ ເພື່ອເຂົ້າຮັບບຳນານ ໂດຍເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະພັກ-ຄະນະນຳກະຊວງ ຄະນະໜ່ວຍພັກ ຄະນະກົມ ແລະ ພະນັກງານນຳພາຫຼັກແຫຼ່ງເຂົ້າຮ່ວມ.

    ໃນພິທີ ຄະນະຈັດຕັ້ງກະຊວງໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານພັກການ-ເຂົ້າຮັບອຸດໜູນບຳນານ ຈຳນວນ 26 ທ່ານ.

    ຈາກນັ້ນ ສະຫາຍ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 135/ຄລສພ ລົງວັນ 21 ມິຖຸນາ 2021 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 440/ນຍ ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງສະຫາຍ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 441/ນຍ ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ດຳລັດແຕ່ງຕັ້ງສະຫາຍ ໄມບົວ ໄຊຍະວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມເອີຣົບ-ອາເມຣິກາ ຂຶ້ນເປັນຫົວໜ້າກົມເອີຣົບ-ອາເມຣິກາ.

    ໃນພິທີ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ເຂົ້າຮັບອຸດໜູນບຳນານ ແລະ ໃຫ້ທິດຊີ້ນຳແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕີລາຄາສູງ ຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄືການເຄື່ອນໄຫວໃນເວທີສາກົນ ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນສາມາດຍາດໄດ້ ຜົນສຳເລັດໃນຫຼາຍດ້ານ ນອກນັ້ນ ສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີ ແລະ ຫົວໜ້າທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າ ເສຍສະຫຼະເພື່ອສ່ວນລວມ ສ້າງຄວາມສາມັກຄີ ແລະ ເປັນເອກະພາບ ເດັດດ່ຽວສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

.                               # ຂ່າວ & ພາບ : ຊິລິການດາ

error: Content is protected !!