ການລະບາດຂອງພະຍາດໂຄວິດ-19 ຢູ່ລາວຍັງມີທ່າອ່ຽງເພີ່ມຂຶ້ນ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 9 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນວັນທີ 8 ກໍລະກົດ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.460 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 68 ຄົນ ໃນນີ້ຢູ່ ນະຄອນຫຼວງວຽງຈັນ 7 ຄົນ ວຽງຈັນ 1 ຄົນ ຈຳປາສັກ 19 ຄົນ ສະຫວັນນະເຂດ 40 ຄົນ ແລະ ແຂວງຄຳມ່ວນ 1 ຄົນ ໃນນີ້ 67 ຄົນເປັນກໍລະນີນຳເຂົ້າທີ່ຖືກຕ້ອງຕາມລະບຽບກົດໝາຍ ສ່ວນຢູ່ແຂວງວຽງຈັນ 1 ຄົນ ແມ່ນຕິດເຊື້ອໃນຊຸມຊົນທີ່ມີປະຫວັດການສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 2.531 ຄົນ (ໃໝ່ 68) ເສຍຊີວິດສະສົມ 3 ຄົນ ຍັງຕິດຕາມປິ່ນປົວ 427 ຄົນ ໃນວັນທີ 8 ກໍລະກົດ ມີຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງເຂົ້າມາ ສປປ ລາວ 2.514 ຄົນ ເຊິ່ງທຸກຄົນໄດ້ເກັບຕົວຢ່າງໄປກວດຫາເຊື້ອ ແລະ ຈຳກັດບໍລິເວນຈົນຄົບ 14 ວັນ.

  # ພາບ – ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!