ວັນທີ 8 ກໍລະກົດ 2021 ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຂອງປະເທດສະມາຊິກອົງການສົ່ງເສີມການທ່ອງທ່ຽວບັນດານະຄອນໃນອາຊີ-ປາຊີຟິກ ຄັ້ງທີ 2 ກອງປະຊຸມຄັ້ງນີ້ ແມ່ນຕິດພັນກັບນັກທ່ອງທ່ຽວສາກົນ ຕ້ອງໄດ້ຮັບການສັກຢາວັກຊີນ ເພື່ອຢາກໃຫ້ມີການທ່ອງທ່ຽວຢູ່ໃນຫຼາຍປະເທດ ເພາະໃນໄລຍະນີ້ ແມ່ນມີການລະບາດຂອງພະຍາດໂຄວິດ-19 ຍັງແຜ່ລະບາດຢ່າງຫຼວງຫຼາຍ ແລະ ຢູ່ໃນຫຼາຍປະເທດຍັງຢູ່ໃນການລະບາດ ຫຼາຍປະເທດໄດ້ມີມາດຕະການຕ່າງໆກ່ຽວກັບການຄວບຄຸມປ້ອງກັນພະຍາດດັ່ງກ່າວ ສະນັ້ນ ອົງການສົ່ງເສີມການທ່ອງທ່ຽວສາກົນ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ເພື່ອຢາກໃຫ້ບັນດາປະເທດສະມາຊິກໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ເພື່ອເຮັດໃຫ້ນັກທ່ອງທ່ຽວສາກົນສາມາດເດີນທາງທ່ອງທ່ຽວໄປມາໄດ້ແບບປົກກະຕິຄືໄລຍະຜ່ານມາ ໂດຍຜ່ານການສັກຢາວັກຊີນປ້ອງກັນ.

ການເຂົ້າຮ່ວມກອງປະຊຸມທາງໄກຄັ້ງນີ້ ກໍເປັນຜົນດີເພື່ອນໍາເອົາແນວຄວາມຄິດຫຼາຍນະຄອນ ທີ່ໄດ້ແລກປ່ຽນກັນນັ້ນ ນໍາມາສຶກສາເປັນຂໍ້ມູນ ມີຄວາມພ້ອມໃນການເປີດຮັບນັກທ່ອງທ່ຽວສາກົນທີ່ຜ່ານການສັກວັກຊີນ ບັນຫານີ້ ພວກເຮົາຈະນໍາໄປຄົ້ນຄວ້າທາງດ້ານວິຊາການ ເພື່ອຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອເປີດຮັບນັກທ່ອງທ່ຽວສາກົນ.



# ພາບ – ຂ່າວ: ວຽງມາ