ສປປ ລາວ ກຽມສົ່ງນັກກີລາເຂົ້າຮ່ວມແຂ່ງຂັນກີລາໂອແລມປີກເກມທີ່ໂຕກຽວ

    ພິທີຖະແຫຼງຂ່າວ ຄະນະກີລາລາວກຽມພ້ອມເຂົ້າຮ່ວມແຂ່ງຂັນກີລາໂອແລມປີກເກມຄັ້ງທີ XXXII ແລະ ພາຣາແລມປີກເກມຄັ້ງທີ XVI  2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຫຼື Tokyo Games 2020 ຈັດຂຶ້ນວັນທີ 8 ກໍລະກົດ 2021 ຢູ່ຫ້ອງການຄະນະກຳມະການໂອແລມປີກແຫ່ງຊາດລາວ ໂດຍມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ເຄໂຊ ເທເກວະກະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ທ່ານນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກີລາ ຜູ້ຊີ້ນໍາວຽກງານກີລາ-ກາຍຍະກຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປີກແຫ່ງຊາດ ກ່າວວ່າ: ໂອແລມປິກເກມຄັ້ງທີ 32  ນີ້ ຈະຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ ແຕ່ວັນທີ 23 ກໍລະກົດ-8 ສິງຫາ 2021  ຕາມຮອບວຽນຕາມເວລາຕົວຈິງແລ້ວ ແມ່ນຈະຈັດໃນປີ 2020 ແຕ່ຍ້ອນພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນຈາກ 2020 ມາເປັນປີ 2021 ເຊິ່ງໂອແລມປິກເກມ ໂຕກຽວ 2020 ເປັນໂຄງການແຂ່ງຂັນຂອງໂອແລມປິກສາກົນ (IOC)  ທີ່ມີຊາດສະມາຊິກທັງໝົດ 206  ປະເທດເຂົ້າຮ່ວມ ແບ່ງອອກເປັນ 5 ທະວີບ  ແລະ IOC ຈະໃຫ້ສິດຊາດສະມາຊິກຂໍການເປັນເຈົ້າພາບໂດຍການຜັດປ່ຽນໄປແຕ່ລະທະວີບ.

   ສຳລັບໂອແລມປິກເກມຄັ້ງທີ 32 ປີ 2021  ນີ້ເປັນປະເທດຍີ່ປຸ່ນໄດ້ຮັບການຄັດເລືອກເປັນຕົວແທນຂອງທະວີບເປັນເຈົ້າພາບຈັດການແຂ່ງຂັນ ເຊິ່ງມີສະມາຊິກ 44 ຊາດເຂົ້າຮ່ວມ.

    ການກະກຽມໂຕສູ່ ໂຕກຽວເກມຂອງທີມກີລາລາວ ຫຼັງຈາກທີ່ເຮົາໄດ້ເຂົ້າຮ່ວມໂອແລມປິກເກມ ຣິໂອ ເດິ ຈາເນໂຣ ທີ່ປະເທດບຣາຊິນ ໃນປີ  2016 ຜ່ານມາ ຄະນະກຳມະການກີລາໂອແລມປິກແຫ່ງຊາດລາວກໍໄດ້ສືບຕໍ່ການກະກຽມສູ່ໂອແລມປິກເກມ ໂຕກຽວ 2020 ເບື້ອງຕົ້ນ ຄະນະກຳມະການໂອແລມປິກແຫ່ງຊາດລາວໄດ້ສະເໜີຫາ OS (ກອງທຶນຊ່ວຍເຫຼືອໂອແລມປິກ)ເພື່ອຂໍທຶນເຝິກແອບໃຫ້ນັກກີລາລາວ ເພື່ອສະເໜີປະເພດ ຈຳນວນນັກກີລາ ຂໍທຶນການເຝິກແອບ ເຊິ່ງ OS ກໍໄດ້ໃຫ້ທຶນເຝິກແອບ ແລະ ໄດ້ຮັບຄຳຕອບ 3  ປະເພດກີລາຄື:  ແລ່ນ ລອຍນ້ຳ ແລະ ຢູໂດ (5 ທຶນ) ເພື່ອເຝິກແອບນັກກີລາໃຫ້ໄປເຖິງຈຸດສູງສຸດ ແລະ ສາມາດຍາດໄຊຊະນະ.

   ຜ່ານການຄັດເລືອກແລະ ເຝີກແອບຕາມລະບຽບຂອງ IOC  ໂດຍການຄັດເລືອກການແຂ່ງຂັນເປັນຄະແນນ ນັກກີລາລາວທີ່ຜ່ານ ແລະ ມີສິດເຂົ້າຮ່ວມແຂ່ງຂັນທັງໝົດ 4  ຄົນຄື ກີລາລອຍນ້ຳ ຍິງ-ຊາຍ ປະເພດລະ 1 ຄົນ ກີລາແລ່ນ 100 ແມັດ ຍິງ 1 ຄົນ ແລະ ກີລາ Judo ລາວ ຊາຍ 1  ຄົນ ທີ່ເຝິກແອບຢູ່ຍີ່ປຸ່ນໂດຍມີຄະແນນສະສົມພຽງພໍ

   ການເຂົ້າຮ່ວມໂອແລມປິກເກມຄັ້ງນີ້ ຈະມີຄະນະນຳໂດຍທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ເປັນຫົວໜ້າຄະນະ ພ້ອມຄູເຝີກ ແລະ ນັກກີລາທັງໝົດ 9 ຄົນ  ອອກເດີນທາງວັນທີ 15 ກໍລະກົດ 2021

    ສໍາລັບເປົ້າໝາຍການເຂົ້າຮ່ວມຄັ້ງນີ້ ເພື່ອສູ້ຊົນຍົກລະດັບສະຖິຕິຂອງນັກກີລາເຮົາໃຫ້ສູງກວ່າຄັ້ງຜ່ານມາ ໂດຍສະເພາະການຄາດຫວັງໃຫ້ນັກກີລາ Judo ລາວ ໄດ້ເຂົ້າຮອບເລິກກວ່າຄັ້ງທີ່ຜ່ານມາ ເປັນການເພີ່ມທະວີການສ້າງຄວາມສາມັກຄີຂອງຄົນໃນຊາດ ປະເທດເພື່ອນມິດ ການຈັດຕັ້ງອົງກອນສາກົນ ເພື່ອສ້າງປະສົບການ ຊອກຫາສິ່ງທີ່ຄົງຄ້າງທ້າທາຍໃໝ່ ເພື່ອມາປັບປຸງມາແກ້ໄຂ ກະກຽມເຂົ້າຮ່ວມການແຂ່ງຂັນໃນລະດັບອາຊຽນໃນຕໍ່ໜ້າໃຫ້ດີຍິ່ງຂຶ້ນ.

    ໂອກາດນີ້ ໂຮງງານ ຟຸດບອນໄທ ສະປອດດີ້ງກູດ  (FBT) ຍັງໄດ້ມອບເຄື່ອງນຸ່ງນັກກີລາ ມູນຄ່າ 78 ລ້ານກີບ ແລະ ບໍລິສັດເບຍລາວ ມອບເງິນສະໜັບສະໜູນເບື້ອງຕົນ 23 ລ້ານກີບ ເພື່ອຊຸກຍູ້ທີມນັກກີລາເຂົ້າຮ່ວມແຂ່ງຂັນກີລາຄັ້ງນີ້ຕື່ມອີກ.

.                                      # ຂ່າວ & ພາບ : ລັດເວລາ

error: Content is protected !!