ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໃຫ້ສໍາພາດໃນວັນທີ 8 ກໍລະກົດ 2021 ວ່າ: ອີງຕາມຄໍາສັ່ງແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ທາງພະແນກສຶກສາທິການ ແລະ ກີລາ ໄດ້ສະເໜີຂັ້ນເທິງເພື່ອຂໍຄຳເຫັນທິດຊີ້ນໍາ ກ່ຽວກັບການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ປະຈໍາສົກຮຽນ 2020-2021 ຢູ່ ນວ ແລະ ອຸປະກອນສຸຂະອະນາໄມປ້ອງກັນໂຄວິດ-19 ເພື່ອນໍາໃຊ້ໃນການສອບເສັງ ປັດຈຸບັນມີຄວາມພ້ອມໂດຍພື້ນຖານ ເຊິ່ງໄດ້ກໍານົດການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ແຕ່ລະຊັ້ນຄືດັ່ງນີ້: ກໍານົດເວລາສອບເສັງ: ຊັ້ນ ປ5 ໃນລະຫວ່າງວັນທີ 12-16 ກໍລະກົດ 2021 ຊັ້ນ ມ4 ໃນລະຫວ່າງວັນທີ 21-23 ກໍລະກົດ 2021 ສອບເສັງເອກະພາບທົ່ວປະເທດ ຊັ້ນ ມ7 ໃນລະຫວ່າງວັນທີ 28-30 ກໍລະກົດ 2021 ສອບເສັງເອກະພາບທົ່ວປະເທດ.

ສໍາລັບມາດຕະການຕ່າງໆເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃນໄລຍະສອບເສັງ ໄດ້ວາງໄວ້ຄືດັ່ງນີ້:
- ຂະຫຍາຍຫ້ອງເປັນຫຼາຍຫ້ອງ (ຫ້ອງລະ 15 ຄົນ)
- ແຕ່ລະຫ້ອງສອບ ນັກສອບນັ່ງຫ່າງກັນ 1 ແມັດ
- ນັກສອບເສັງ ແລະ ກໍາມະການຍາມຫ້ອງສອບ ຕ້ອງໃສ່ຜ້າປິດປາກ-ປິດດັງ
- ແຕ່ລະສູນສອບເສັງ ຕ້ອງມີ: ເຄື່ອງວັດອຸນຫະພູມ ເຈວ ສະບຸ ລ້າງມື ໃຫ້ນັກສອບຖືເຂົ້າມາກິນ ແຕ່ບໍ່ໃຫ້ນັ່ງກິນຈຸ້ມກັນ ກໍາມະການຍາມຫ້ອງສອບຕ້ອງໄດ້ຮັບວັກຊິນທຸກຄົນ.

ຊັ້ນ ປ5 ມີຈໍານວນໂຮງຮຽນທີ່ມີນັກສອບເສັງຊັ້ນ ປ5 ທັງໝົດ: 489 ແຫ່ງ ຈໍານວນສູນສອບເສັງ 115 ສູນ ຫ້ອງສອບເສັງ 1.341 ຫ້ອງ ຈໍານວນນັກສອບເສັງທັງໝົດ 14.954 ຄົນ ຍິງ 7.318 ຄົນ ມີກໍາມະການທັງໝົດ 3840 ຄົນ.
ຊັ້ນ ມ4 ຈໍານວນໂຮງຮຽນທີ່ມີນັກສອບເສັງ ມ4 ທັງໝົດ: 165 ແຫ່ງ ຈໍານວນສູນສອບເສັງ 72 ສູນ ຈໍານວນຫ້ອງສອບ 784 ຫ້ອງ ຈໍານວນນັກສອບເສັ່ງທັງໝົດ: 1.112 ຄົນ ຍິງ 1.074 ຄົນ ຈໍານວນກໍາມະການທັງໝົດ 2.952 ຄົນ

ຊັ້ນ ມ7 ໂຮງຮຽນທີ່ມີນັກສອບເສັງ ມ7 ທັງໝົດ 99 ແຫ່ງ ມີ 42 ສູນສອບເສັງ ຈໍານວນຫ້ອງສອບເສັງ 594 ຫ້ອງ ຈໍານວນນັກຮຽນຊັ້ນ ມ7 ທັງໝົດ 9.008 ຄົນ ຍິງ 4.676 ຄົນ ຈໍານວນກໍາມະການທັງຫມົດ 2.140 ຄົນ.

. # ຂ່າວ & ພາບ : ບຸນມີ ສີວິໄລ