ທ່ານ ນາງ ພອນປະເສີດ ໄຊມຸງຄຸນ ຮອງຫົວໜ້າຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 8 ກໍລະກົດ 2021 ວ່າ: ປັດຈຸບັນ ທົ່ວປະເທດກໍາລັງປະຕິບັດການໃຫ້ບໍລິການສັກວັກຊິນເຂັມ 2 ເມື່ອຮອດເວລານັດໝາຍ ທ່ານສາມາດໄປຮັບວັກຊິນຢູ່ໂຮງໝໍສູນກາງ ໂຮງໝໍແຂວງ ແລະ ໂຮງໝໍເມືອງ ລວມທັງຈຸດບໍລິການເພີ່ມທີ່ຄະນະສະເພາະກິດກໍານົດໄວ້ ສະເພາະນະຄອນຫຼວງວຽງຈັນ ນອກຈາກໂຮງໝໍສູນກາງ ແລະ ໂຮງໝໍເມືອງແລ້ວ ທ່ານສາມາດໄປຮັບວັກຊິນເຂັມ 2 ໄດ້ຢູ່ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກ ໜອງພະຍາ ແລະ ຈຸດບໍລິການເພີ່ມຢູ່ສູນການຄ້າລາວ-ໄອເຕັກ ສໍາລັບຜູ້ທີ່ສັກວັກຊິນໄຟເຊີ ເຂັມ 1 ຢູ່ສູນການຄ້າລາວ-ໄອເຕັກ ແລະ ມວສ ດົງໂພສີ ຂໍໃຫ້ທ່ານໄປຮັບເຂັມ 2 ໄດ້ຢູ່ທີ່ສູນການຄ້າລາວ-ໄອເຕັກ ເລີ່ມແຕ່ວັນທີ 8 ກໍລະກົດ 2021 ເປັນຕົ້ນໄປ.



# ຂ່າວ & ພາບ: ຂັນທະວີ