ໃນບົດຖະແຫຼງຂ່າວປະຈໍາວັນ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ທີ່ໄດ້ລາຍງານໃຫ້ຮູ້ວັນທີ 8 ກໍລະກົດ 2021 ວ່າ: ປັດຈຸບັນ ໂດຍອີງໃສ່ການລາຍງານປະຈໍາວັນ ເຫັນວ່າມີລາຍງານຕົວເລກການຕິດເຊື້ອໃນແຮງງານທີ່ເດີນທາງກັບຈາກປະເທດໃກ້ຄຽງໃນແຕ່ລະວັນ ແລະ ສັງເກດເຫັນວ່າ ຕົວເລກມີຈໍານວນເພີ່ມຂຶ້ນຫຼາຍ ສະເພາະເດືອນກໍລະກົດ 2021 ຮອດວັນທີ 8 ກໍລະກົດ (ໄລຍະ 1 ອາທິດ) ມີຈໍານວນຜູ້ຕິດເຊື້ອພະຍາດໃນແຮງງານເດີນທາງເຂົ້າມາເຖິງ 301 ຄົນ ໂດຍສະເພາະ ແຂວງສະຫວັນນະເຂດ 83 ຄົນ ແລະ ແຂວງຈໍາປາສັກ 192 ຄົນ ເຊິ່ງພົວພັນກັບການປິດເມືອງຂອງປະເທດໃກ້ຄຽງ ເຮັດໃຫ້ແຮງງານລາວຈໍານວນຫຼາຍທີ່ວ່າງງານ ບໍ່ມີວຽກເຮັດ ຕ້ອງເດີນທາງກັບປະເທດ ແລະ ແນ່ນອນ ການເຄື່ອນຍ້າຍຂອງກຸ່ມຄົນອອກຈາກພື້ນທີ່ມີການລະບາດຂອງພະຍາດ ແມ່ນມີຄວາມສ່ຽງສູງທີ່ຈະມີການນໍາພະຍາດມາແຜ່ລະບາດອອກເປັນວົງກວ້າງໃນພື້ນທີ່ອື່ນ.

ມາຮອດປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.469 ຄົນ ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວ 390 ຄົນ.


# ຂ່າວ & ພາບ: ຂັນທະວີ