ທ່ານ ນາງ ພອນປະເສິດ ໄຊຍະມຸງຄຸນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 8 ກໍລະກົດ 2021 ວ່າ: ວັນທີ 7 ກໍລະກົດ ໄດ້ກວດວິເຄາະຊອກຫາຜູ້ຕິດເຊື້ອໂຄວິດ-19 ທັງໝົດ 1610 ຕົວຢ່າງ ໃນນີ້ ນະຄອນຫຼວງ 426 ຕົວຢ່າງ ເຊິ່ງຜ່ານການກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 69 ຄົນ ໃນນີ້ ແຂວງຫຼວງນໍ້າທາ 1 ຄົນ ເປັນຜູ້ຕິດເຊື້ອໃນຊຸມຊົນ ຄໍາມ່ວນ 3 ຄົນ ສະຫວັນນະເຂດ 30 ແລະ ຈໍາປາສັກອີກ 35 ຄົນ ທັງໝົດນີ້ ແມ່ນແຮງງານລາວທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດເຂົ້າມາຖືກຕ້ອງຕາມລະບຽບຫຼັກການ ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ ເມື່ອຜົນກວດເປັນຜົນບວກ ພວກກ່ຽວໄດ້ຖືກນໍາສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.

# ຂ່າວ & ພາບ: ຂັນທະວີ