ພານຸ ຟາມ ແມ່ນໜຶ່ງໃນຈຳນວນ 46 ຟາມລ້ຽງສັດຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ນອນໃນ 13 ຟາມງົວທີ່ເຂົ້າຮ່ວມໂຄງການ ຂອງໂຄງການຄຸນນະພາບຊີ້ນງົວລາວ ເປັນໂຄງການຊ່ວຍເຫຼືອຂອງປະເທດນູແວນເຊລັງ ໃນການລ້ຽງງົວຂຸນ ສົ່ງເສີມການລ້ຽງງົວເປັນສິນຄ້າ ທີ່ມີຄຸນນະພາບ ແລະ ມາດຕະຖານສາກົນ.

ທ່ານ ພານຸ ແສງດາລາ ເຈົ້າຂອງ ພານຸ ຟາມ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໜຶ່ງໃນຈຳນວນ ໃຫ້ສຳພາດເມື່ອບໍດົນມານີ້ວ່າ: ຄອບຄົວຂ້າພະເຈົ້າໄດ້ເລີ່ມລ້ຽງງົວ ແລະ ເຂົ້າລະບົບງົວຂຸນມາແຕ່ເດືອນສິງຫາ 2020 ເປັນຕົ້ນມາ ເນື່ອງຈາກເຫັນສະພາບການຄ້າຂາຍງົວຂອງປະຊາຊົນຍັງຊະຊາຍ ບໍ່ທັນເຂົ້າສູ່ລະບົບ ເຮັດໃຫ້ລາຄາບໍ່ສູງເທົ່າທີ່ຄວນ ນໍ້າໜັກກໍບໍ່ໄດ້ມາດຕະຖານຂອງໂຮງງານ ບວກກັບຕົນເອງກໍຮັກມັກໃນອາຊີບນີ້ ໄດ້ຮຽນຮູ້ຈາກປະສົບການຕົວຈິງ ໂດຍສະເພາະໄດ້ຮຽນຮູ້ວິທີການລ້ຽງງົວຂຸນຈາກໂຄງການຄຸນນະພາບຊີ້ນງົວລາວ ໃນການສົ່ງເສີມປະຊາຊົນກໍຄືຊາວກະສິກອນລ້ຽງງົວເປັນສິນຄ້າ ເຊິ່ງໂຄງການໄດ້ສະໜອງອຸປະກອນ ແລະ ວິຊາການ ເພື່ອນຳໃຊ້ເຂົ້າໃນການລ້ຽງງົວ ເຊັ່ນ: ຮົ້ວໄຟຟ້າ ຊິງຊັ່ງນໍ້າໜັກ ຢາວັກຊີນສຳລັບສັກງົວ ໃຫ້ປີລະ 2 ຄັ້ງ ໂດຍບໍ່ເສຍຄ່າ ແລະ ມີແນວພັນຫຍ້າເພື່ອປູກລ້ຽງງົວ.

ຟາມຂອງພວກເຮົາແມ່ນຫາກໍຕັ້ງ ຜ່ານມາແມ່ນລ້ຽງແບບທຳມະຊາດ ລອງຜິດລອງຖືກ ເຊິ່ງຫາເລີ່ມ ເຂົ້າຮ່ວມໂຄງການ ປັດຈຸບັນ ມີເນື້ອທີ່ດີນທັງໝົດ 14 ເຮັດຕາ ນຳໃຊ້ເຂົ້າໃນການປູກຫຍ້າ ແລະ ກິດຈະກຳຂອງຟາມ ການລ້ຽງແບ່ງເປັນສອງສ່ວນ ລ້ຽງເພື່ອເປັນສິນຄ້າ ແລະ ລ້ຽງເປັນແນວພັນ ໃນເບື້ອງຕົ້ນລ້ຽງງົວຂຸນ 40 ໂຕ ແລະ ງົວພັນບາບັ້ນ 80 ໂຕ ມີກຳມະກອນ 4 ຄົນ ເປັນຊາຍທັງໝົດ.

ການລ້ຽງງົວຂຸນ ເພື່ອເຮັດໃຫ້ນໍ້າໜັກເພີ່ມຂຶ້ນ ຕ້ອງໄດ້ນໍາໃຊ້ອາຫານເສີມເຊັ່ນ: ມັນຕົ້ນແຫ້ງປະສົມແຮ່ທາດ ຫຼັກໆກໍແມ່ນຫຍ້າທີ່ທາງໂຄງການສະໜອງໃຫ້ ເຊິ່ງນ້ຳໜັກຂອງງົວຈະເພີ່ມຂຶ້ນມື້ລະ 800 ກຼາມ ການໃຫ້ອາຫານສຳລັັບງົວຂຸນ (ອາຫານເສີມ) 2 ຄັ້ງຕໍ່ວັນ ແລະ ໃຫ້ຫຍ້າທົ່ວໄປນຳອີກ ຫຼັກການຂຸນ ແມ່ນອີງໃສ່ສະພາບຂອງງົວແຕ່ລະໂຕ ພາຍຫຼັງເອົາເຂົ້າມາຂຸນແລ້ວປະມານ 70-75 ວັນ ນໍ້າໜັກງົວຈະຂຶ້ນເຕັມມາດຕະຖານ ສາມາດຂາຍໄດ້ ໃນລາຄາ 4-5 ລ້ານກີບຕໍ່ໂຕ ແລະ ຄາດວ່າ ຖ້າຫາກບໍ່ມີກາງລະ ບາດຂອງພະຍາດ ທາງຂັ້ນເທິງອະນຸຍາດໃຫ້ຈຳໜ່າຍ ໃນເດືອນທ້າຍເດືອນສິງຫາ ຫາ ເດືອນກັນຍາ 2021 ປັດຈຸບັນຟາມຂອງພວກເຮົາມີຄວາມພ້ອມທີ່ຈະສະໜອງງົວຂຸນ ແລະ ພໍ່ພັນແມ່ພັນງົວ ອອກສູ່ຕະ ຫຼາດ ທ່ານໃດສົນໃຈ ສາມາດຕິດຕໍ່ພົວພັນໂດຍກົງກັບຟາມຂອງພວກເຮົາ ຍິນດີບໍລິການທຸກເວລາ.
# ຂ່າວ – ພາບ : ບຸນມີ ສີວິໄລ