ວັນທີ 7 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລື ກັບທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະຫະພັນຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021.

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ເຊິ່ງໃນປີ 2021ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ ບົນຈິດໃຈດັ່ງກ່າວ ສອງຝ່າຍໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫຼາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ ການລົງທຶນ ພະລັງງານ ການສຶກສາ ການທະຫານ ວິທະຍາສາດ-ເຕັກໂນໂລຊີ ການທ່ອງທ່ຽວ ແລະ ອື່ນໆທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ແລະ ອຸປະກອນເຕັກນິກດ້ານການທະຫານ ການຊ່ວຍເຫຼືອດ້ານມະນຸດສະທໍາ ອຸປະກອນການແພດ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ຢາວັກຊິນສະປຸດນິກ ວີ ຂອງ ຣັດເຊຍ.

ສອງຝ່າຍ ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ຣັດເຊຍ ເຊິ່ງປີນີ້ ແມ່ນຄົບຮອບ 30 ປີແຫ່ງການພົວພັນ ອາຊຽນ-ຣັດເຊຍ ແລະ 25 ປີແຫ່ງການເປັນຄູ່ຮ່ວມເຈລະນາອາຊຽນ-ຣັດເຊຍ ເຊິ່ງໃນໄລຍະຜ່ານມາ ຣັດເຊຍໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ ເສດຖະກິດ ແລະ ວັດທະນາທຳ-ສັງຄົມຂອງອາຊຽນ ກໍຄືການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ ການຄ້າ ແລະ ການລົງທຶນ ພະລັງງານ ແລະ ການຕ້ານໄພພິບັດ ອັນຊ່ວຍໃຫ້ ອາຊຽນຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ ນອກຈາກນີ້ ສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້ ສອງຝ່າຍໄດ້ລົງນາມຮ່ວມກັນໃນແຜນການປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຣັດເຊຍ ພ້ອມກັນນີ້ ທ່ານ ເຊຣເກ ລາວະຣົບ ຍັງໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າຕະຫຼອດໄລຍະຊຸມປີຜ່ານມາ.
ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄໍານັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອີກດ້ວຍ.

# ພາບ – ຂ່າວ: ວຽງມາ