ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກci’ແຮງງານ ແລະ ສະຫວັດດີການ-ສັງຄົມນະຄອນຫຼວງວຽງຈັນ (ຮສສ ນວ) ໃຫ້ສຳພາດບໍ່ດົນມານີ້ວ່າ: ປັດຈຸບັນ ນວ ຍັງມີບັນດາໂຮງຈັກໂຮງງານຈຳນວນໜຶ່ງຕ້ອງການແຮງງານ ພຽງແຕ່ວ່າເປັນຄົນບໍ່ເລືອກວຽກ ໄລຍະຜ່ານມາ ສັງເກດເຫັນວ່າຄົນທີ່ວ່າງງານສ່ວນຫຼາຍແມ່ນເລືອກວຽກເຮັດ ສະນັ້ນ ຈຶ່ງກໍ່ໃຫ້ເກີດເກີດໄພວ່າງງານ ຕາມການສຳຫຼວດຂອງຂະແໜງກ່ຽວຂ້ອງ ຊີ້ໃຫ້ເຫັນວ່າ ປັດຈຸບັນຢູ່ ນວ ບໍ່ໄດ້ຕົກຢູ່ໃນສະພາບໄພວ່າງງານ ພຽງແຕ່ປະຊາຊົນເລືອກວຽກເຮັດເທົ່ານັ້ນ ເນື່ອງຈາກວ່າຄວາມຕ້ອງການແຮງງານຂອງບັນດາຫົວໜ່ວຍທຸລະກິດ ກໍຄືໂຮງຈັກໂຮງງານຍັງຄວາມຕ້ອງການແຮງງານຈຳນວນຫຼາຍຢູ່.

ເພື່ອອຳນວນຄວາມສະດວກໃຫ້ຜູ້ທີ່ກຳລັງຕ້ອງການວຽກເຮັດງານທຳ ສະນັ້ນ ພະແນກ ຮສສ ນວ ເປັນຈຸດໜຶ່ງທີ່ຮັບສະໝັກພະນັກງານໃຫ້ກັບຫົວໜ່ວຍແຮງງານ ດັ່ງນັ້ນ ພໍ່ແມ່ປະຊາຊົນທີ່ມີຄວາມຕ້ອງການວຽກເຮັດງານທຳ ສາມາດເຂົ້າມາສະໝັກ ຫຼື ສະເໜີຕໍ່ພະແນກ ຮສສ ນວ ເພື່ອຈະໄດ້ຕິດຕໍ່ ຄົ້ນຄວ້າ ຊອກຫາວຽກເຮັດງານທຳຢູ່ຕາມບັນດາໂຮງຈັກໂຮງງານຕ່າງໆ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຍັງມີໂຮງຈັກໂຮງງານຈຳນວນໜຶ່ງແມ່ນຍັງມີຄວາມຕ້ອງການແຮງງານ ແຕ່ຕ້ອງໄດ້ຜ່ານຂັ້ນຕອນ ແລະ ມາດຕະການຂອງການສະໝັກງານ ໂດຍສະເພາະມາດຕະການປ້ອງກັນພະຍາດໂຄວິດ-19 ເຊັ່ນ ຕ້ອງສັກຢາວັກຊິນໃຫ້ຄົບ 2 ເຂັມ ແລະ ການກວດສຸຂະພາບຕ່າງໆຕາມເງື່ອນໄຂຂອງເຂົາເຈົ້າ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ