ຍົກລະດັບວິຊາການ ໃຫ້ຄູເຝິກຫຼັກແຫຼ່ງນະຄອນຫຼວງວຽງຈັນ

    ລະຫວ່າງວັນທີ 5-9 ກໍລະກົດ 2021 ຂະແໜງພັດທະນາຄູ ພະແນກສຶກສາທິການ ແລະ ກີລາ ນະ ຄອນຫຼວງວຽງຈັນ (ນວ) ຈັດເຝິກອົບຮົມໃຫ້ແກ່ຄູເຝິກຫຼັກແຫຼ່ງຂັ້ນ ນວ ຢູ່ໂຮງຮຽນມັດທະຍົມສຶກສາຕອນປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະ ແນກສຶກສາທິການ ແລະ ກີລາ ນວ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູດົງຄຳຊ້າງ  ພ້ອມດ້ວຍທ່ານຮອງຫົວໜ້າພະແນກ ຄູເຝິກຈາກແຜນງານບີຄວາ ຄູເຝິກຫຼັກແຫຼ່ງຈາກພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ອຳພອນ ອານຸໄຊຍາ ຫົວໜ້າຂະແໜງພັດທະນາຄູ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ແຈ້ງໃຫ້ຊາບວ່າ: ຈຸດປະສົງຂອງການເຝິກອົບຮົມຄັ້ງນີ້ ແມ່ນໂຄງການສືບຕໍ່ການເຝິກອົບຮົມຄູເຝິກ ຫຼັກແຫຼ່ງຫຼັກສູດຊັ້ນ ປ2 ສະບັບປັບປຸງໃໝ່ ເພື່ອເປັນການສ້າງຂີດຄວາມສາມາດໃຫ້ຄູເຝິກຂັ້ນ ນວ ໃຫ້ສາມາດ ນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາປີທີ 3 ເພື່ອນຳເອົາບົດຮຽນ ແລະ ຄວາມຮູ້ທີ່ຜ່ານການເຝິກ ອົບຮົມຄັ້ງນີ້ ໄປຈັດເຝິກອົບຮົມໃຫ້ແກ່ຄູປະຈຳການ ພາຍໃນ 9 ເມືອງ ໃນເດືອນສິງຫາ 2021 ເຊິ່ງມີຜູ້ເຂົ້າຮ່ວມ ອົບຮົມຄັ້ງນີ້ 50 ຄົນ ຍິງ 23 ຄົນ ເປັນຄູເຝີກມາຈາກພະແນກສຶກສາທິການ ແລະ ກີລາ ນວ ຈາກວິທະຍາໄລຄູ ດົງຄຳຊ້າງ ແລະ ມາຈາກຫ້ອງການສຶກສາ 9 ເມືອງ ໂດຍການສະໜັບສະໜູນຈາກແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

    ທ່ານ ສົມພອນ ສອນດາລາ ໄດ້ກ່າວສະແດງຄວາມຂອບໃຈນຳກະຊວງສຶກສາທິການ ແລະ ກີລາ ກໍຄືລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ທີ່ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ເຊິ່ງມາຮອດ ປັດຈຸບັນ ໄດ້ດຳເນີນການມາຮອດຂັ້ນ ປ3 ແລະ ຍັງຈະສືບຕໍ່ຈົນຮອດຫຼັກສູດຊັ້ນ ປ5 ຂອບໃຈນຳ ຄະນະຮັບຜິດ ຊອບຈັດຊຸດເຝິກອົບຮົມ ກໍຄືພະນັກງານຄູເຝິກຫຼັກແຫຼ່ງທຸກທ່ານ ທີ່ສະຫຼະເວລາເຂົ້າຮ່ວມເພື່ອພັດທະນາວຽກ ງານການສຶກສາໃຫ້ມີມາດຕະຖານສາກົນ. 

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!