ສໍາເລັດການຮ່າງຂໍ້ຕົກລົງເຈົ້າຄອງ ນວ ວ່າດ້ວຍ ສ ສະຫວ່າງ

    ອີງຕາມຮ່າງບົດສະຫຼຸບການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄລຍະ 6 ເດືອນ ປີ 2021 ຜ່ານມາ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ຄັ້ງທີ 4 ໃນນີ້ ມີບາງຕອນໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງ 6 ເດືອນຜ່ານມາ ໄດ້ມີການປະຕິຮູບລະບົບໄຟຟ້າແສງສະຫວ່າງສາທາລະນະຂອງ ນວ ໃນໄລຍະໃໝ່ ໂດຍເປັນການຜັນຂະຫຍາຍແຜນການປະຕິບັດ ສ.ສະຫວ່າງຂອງ ນວ ປີ 2016-2020 ໃນນັ້ນ ໄດ້ສໍາເລັດການຮ່າງຂໍ້ຕົກລົງເຈົ້າຄອງ ນວ ວ່າດ້ວຍ ສ. ສະຫວ່າງ ໄດ້ກວດກາການຊົມໃຊ້ໄຟຟ້າຄົວເຮືອນຢູ່ ນວ ໄດ້ 5.835 ຫຼັງຄາເຮືອນ ທຽບໃສ່ແຜນການທີ່ວາງໄວ້ (26.000 ຫຼັງ) ເທົ່າກັບ 22,44% ໄດ້ລົງຕິດຕາມ ກວດກາ ແລະ ຄຸ້ມຄອງບັນດາໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງທີ່ເຊື່ອມຕໍ່ກັບສະຖານີໄຟຟ້າ ນວ ຈໍານວນ 4 ໂຄງການຄື:ໂຄງການສາຍສົ່ງ 500 ກິໂລໂວນ ຈາກສະຖານີໄຟຟ້າປາກກະດິງ ຫາ ນາບົງ ໂຄງການສາຍສົ່ງ 115 ກິໂລໂວນ ຈາກສະຖານີດົງໂພສີ-ນາໄຫ ໂຄງການກໍ່ສ້າງສາຍສົ່ງແຮງສູງ 115 ກິໂລໂວນ ແຕ່ສະຖານີດົງໂພສີ-ສະຖານີສີສະເກດ ໂຄງການກໍ່ສ້າງສາຍສົ່ງແຮງສູງ 230 ກິໂລໂວນ ເຂື່ອນໄຟຟ້ານໍ້າງື່ມ 3 ລ້ອງແຈ້ງ-ນາບົງ ສໍາເລັດການປັບປຸງໄຟຟ້າແສງສະຫວ່າງເຍືອງທາງຕາມ 7 ເສັ້ນທາງສາຍຫຼັກ ດ້ວຍທຶນຊ່ວຍເຫຼືອລ້າຈາກ ສປ ຈີນ ແລະ ຕິດຕັ້ງລະບົບໄຟເຍືອງທາງດ້ວຍພະລັງງານແສງຕາເວັນໃນຕົວເມືອງ.

    ຄຽງຄູ່ກັນນັ້ນ ໄດ້ຂຸດຄົ້ນຫີນພູ ຫີນດານ ໄດ້ 59.848 ແມັດກ້ອນ ແລະ ດິນແດງໄດ້ 337.540 ແມັດກ້ອນ ເພື່ອສະໜອງການພັດທະນາພື້ນຖານໂຄງລ່າງ ຂຸດຄົ້ນ ແລະ ປັບແຕ່ງເກືອກິນໄດ້ 2.965 ໂຕນ ທຽບໃສ່ແຜນທີ່ວາງໄວ້ (10.000 ໂຕນ) ເທົ່າກັບ 29,65% ແລະ ຂຸດຄົ້ນຖ່ານຫີນແອັນຕຣາໄຊ ເພື່ອຈໍາໜ່າຍພາຍໃນໄດ້ 57.826 ໂຕນ ທຽບໃສ່ແຜນການວາງໄວ້ (250.000 ໂຕນ) ເທົ່າກັບ 23,13%.

.

​                                  # ຂ່າວ & ພາບ:  ຂັນທະວີ

error: Content is protected !!