ວັນທີ 5 ກໍລະກົດ 2021 ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ສືບຕໍ່່ເຄື່ອນໄຫວຊຸກຍູ້ ຢຽ້ມຢາມວຽກງານກາແດງທີ່ແຂວງຫຼວງນ້ຳທາ ໂດຍໄດ້ເຂົ້າພົບທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ເພື່ອລາຍງານການເຄື່ອນໄຫວວຽກງານກາແດງໃຫ້ການນຳແຂວງໄດ້ຮັບຊາບ ເປັນຕົ້ນແມ່ນໜ້າວຽກສຳຄັນທີ່ກົດໝາຍໄດ້ກຳນົດໄວ້ ແລະ ຮັບຮອງເຊັ່ນ: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ການປຸກລະດົມຂົນຂວາຍບໍລິຈາກເລືອດ-ສະໜອງເລືອດປອດໄພ ການສົ່ງເສີມສຸຂະພາບຂັ້ນພື້ນຖານ ການກູ້ໄພສຸກເສີນ ການໂຄສະນາ-ຂົນຂວາຍແຫຼ່ງທຶນ ການສ້າງສະມາຊິກ ແລະ ອາສາສະໝັກກາແດງ ການສືບທາວຫາຍາດພີ່ນ້ອງ ແລະ ການຮ່ວມມືສາກົນ.

ສຳລັບກາແດງແຂວງຫຼວງນ້ຳທາ ໄດ້ສຸມໃສ່ການຊ່ວຍເຫຼືອບັນເທົາທຸກສຸກເສີນໃຫ້ກັບສັງຄົມ ເປັນຕົ້ນແມ່ນຊ່ວຍເຫຼືອບັນເທົາທຸກໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ອັກຄີໄພ ການປຸກລະດົມຂົນຂວາຍບໍລິຈາກເລືອດ-ສະໜອງເລືອດປອດໄພພາຍໃນແຂວງ ສຳລັບປີນີ້້ ໄດ້ຄາດໝາຍສູ້ຊົນທີ່ສູນເລືອດແຫ່ງຊາດແບ່ງໃຫ້ທັງໝົດ 1700 ຖົງ ມາຮອດ 6 ເດືອນຕົ້ນປີ 2021 ສູນເລືອດກາແດງແຂວງ ສາມາດປະຕິບັດໄດ້ 686 ຖົງເທົ່າກັບ 40,35%.
ໂອກາດນີ້ ທ່ານປະທານອົງການກາແດງລາວ ໄດ້ເຊີນໃຫ້ທ່ານເຈົ້າແຂວງໃຫ້ກຽດເປັນປະທານກິຕິມະສັກໃຫ້ກັບກາແດງແຂວງ ຮຽກຮ້ອງໃຫ້ການນຳແຂວງຊ່ວຍຊຸກຍູ້ວຽກງານກາແດງ ເປັນກະບອກສຽງໃຫ້ກັບກາແດງເພື່ອໃຫ້ບົດບາດຄວາມສຳຄັນຂອງກາແດງຂະຫຍາຍອອກສູ່ສັງຄົມໃຫ້ທົ່ວເຖິງ ຊ່ວຍຊຸກຍູ້ລະດົມຂົນຂວາຍແຫຼ່ງທຶນຈາກສັງຄົມ ສ້າງຄວາມເຂັ້ມແຂງໃຫ້ກັບກາແດງທາງດ້ານການຈັດຕັ້ງ ເພື່ອເຮັດໃຫ້ອ້າຍນ້ອງພະນັກງານໄດ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ພ້ອມນັ້ນ ຍັງໄດ້ສະເໜີໃຫ້ການນຳແຂວງຊ່ວຍປຸກລະດົມສັງຄົມ ໃນການປະກອບສ່ວນວັດຖຸສິ່ງຂອງໃນການສ້າງສູນກູ້ໄພໃນຕໍ່່ໜ້າ ແລະ ການປະສານງານກັບບັນດາຂະແໜງການອ້ອມຂ້າງແຂວງ.
ໂອກາດດຽວກັນ ທ່ານເຈົ້າແຂວງໄດ້ກ່າວສະແດງຄວາມຍິນດີກັບທ່ານປະທານອົງການກາແດງລາວ ແລະ ໄດ້ສະແດງຄວາມຂອບໃຈມາຍັງທ່ານປະທານອົງການກາແດງລາວ ທີ່ໄດ້ໄກ້ຊິດຕິດແທດຊຸກຍູ້ວຽກງານ ຊີ້ນຳນຳພາຢູ່ຂັ້ນແຂວງ ແລະ ໄດ້ຕົກລົງເປັນປະທານກິຕິມະສັກໃຫ້ກັບອົງການກາແດງແຂວງ ພ້ອມຈະໄດ້ສຸມໃສ່ໃກ້ຊິດຕິດແທດຮ່ວມກັບກາແດງ ໃນການສ້າງສູນກູ້ໄພ ຈະສູ້ຊົນລະດົມທຶນຮອນ ປະສານສົມທົບກັບບັນດາຂະແໜງການອ້ອມຂ້າງແຂວງ ປະກອບສ່ວນວຽກງານກາແດງແຂວງໃຫ້ໄດ້ດີຂຶ້ນ.

# ຂ່າວ & ພາບ : ບຸນມີ ສີວິໄລ