ມື້ນີ້ ສປປ ລາວ ກວດພົບເຊື້ອໃໝ່ເພີ່ມ 44 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທະລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈໍາວັນທີ 7 ກໍລະກົດ 2021 ວ່າ: ວັນທີ 6 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.184 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 44 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 1 ຄົນ (ກໍລະນີນໍາເຂົ້າ) ສະຫວັນນະເຂດ 17 ຄົນ (ກໍລະນີນໍາເຂົ້າ)​ ຈຳປາສັກ 21 ຄົນ (ກໍລະນີນໍາເຂົ້າ)​ ແຂວງວຽງຈັນ 2 ຄົນ (ຕິດເຊື້ອໃນຊຸມຊົນ)​ ແລະ ແຂວງຄໍາມ່ວນ 3 ຄົນ (ກໍລະນີນໍາເຂົ້າ) ​ປັດຈຸບັນ ມີຜູ້ຕິດເຊື້ອສະສົມ 2.400 ຄົນ ກຳລັງປິ່ນປົວ 316 ຄົນ ປັດຈຸບັນມີສູນກຳຈັດບໍລິເວນ 50 ສູນ ຜູ້ຈໍາກັດຢູ່ສູນ 4.032 ຄົນ

                # ຂ່າວ & ພາບ:  ລັດເວລາ

error: Content is protected !!