ວັນທີ 6 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ສະໄໝພິເສດ ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ.ຣັດເຊຍ ແລະ ທ່ານນາງ RetnoMarsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນປະຕິບັດງານການຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ ເຊິ່ງກວມເອົາທັງດ້ານການເມືອງ-ຄວາມໝັ້ນຄົງ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ສຳລັບທິດທາງໃນຕໍ່ໜ້າ ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດເຊັ່ນ: ຂະແໜງການສາທາລະນະສຸກ ໂດຍສະເພາະການຄວບຄຸມ ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຮ່ວມມືເພື່ອຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ຜະລິດຢາປົວພະຍາດ ກໍຄືວັກຊິນຕ້ານໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງ.

ພ້ອມນີ້ ກອງປະຊຸມໄດ້ຊຸກຍູ້ໃຫ້ຣັດເຊຍພິຈາລະນາ ສະໜັບສະໜູນບັນດາໂຄງການທີ່ອາຊຽນເປັນຜູ້ລິເລີ່ມ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການຊ່ວຍເຫຼືອຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ໃຫ້ການສະໜັບສະໜູນການຈັດຕັ້ງປະຕິດບັດແຜນຟື້ນຟູເສດຖະກິດຮອບດ້ານອາຊຽນຫຼັງໂຄວິດ-19 ແລະ ການຮວມມືຜ່ານຊ່ອງທາງເດີນທາງພິເສດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນຂອງສອງພາກພື້ນ.

ສໍາລັບ ສປປ ລາວ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມພິຈາລະນາ ຮັດແໜ້ນການຮ່ວມມືໃນບາງຂົງເຂດບຸລິມະສິດການຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະຕໍ່ໜ້າ ເຊັ່ນ: ການຄຸ້ມຄອງໄພພິບັດ ການຮ່ວມມືດ້ານຄວາມໝັ້ນຄົງທາງໄອຊີທີ ການສຶກສາ ການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ຂົງເຂດການຮ່ວມມືອື່ນໆທີ່ອາຊຽນ ແລະ ຣັດເຊຍ ມີທ່າແຮງຮ່ວມກັນ ໃນໂອກາດນີ້ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະແມ່ນການຂະຫຍາຍໂຄງສ້າງພາກພື້ນໃນອາຊີ-ປາຊີຟິກ.

ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ (PMC) ໃນຕົ້ນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຣັດເຊຍ ຄັ້ງທີ 4 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2021.
# ຂ່າວ & ພາບ: ໄຊບັນດິດ