ຫ້ອງການ ຮສສ ເມືອງປາກງື່ມ ມອບເງິນຊ່ວຍເຫຼືອ 6 ກຸ່ມ

    ວັນທີ 5-6 ກໍລະກົດ 2021 ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ 6 ກຸ່ມບ້ານ ເພື່ອຈັດການມອບເງິນໃຫ້ແກ່ແຮງງານນອກລະບົບປະກັນສັງຄົມ ແລະ ຄອບຄົວທຸກຍາກຂາດເຂີນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄລຍະສອງ.

    ໃນວັນທີ 5 ກໍລະກົດ 2021 ໄດ້ລົງມອບຢູ່ກຸ່ມສິນໄຊ ກຸ່ມນາຝາຍ ແລະ ກຸ່ມປາກງື່ມ ແລະ ວັນທີ 6 ກໍລະກົດ 2021 ແມ່ນລົງກຸ່ມນາຊອນ ກຸ່ມດົງກະລຶມ ແລະ ກຸ່ມບ້ານໂດນ ເຊິ່ງແຕ່ລະຄົນໄດ້ຮັບ 250.000 ກີບ ຈໍານວນ 250 ຄົນ ເປັນເງິນທັງໝົດ 62.500.000 ກີບ ລວມ 6 ກຸ່ມ ມີ 33 ບ້ານ ແລະ 1 ບໍລິສັດ ເຊິ່ງເປັນກຽດມອບຂອງທ່ານ ບຸນຍົງ ໄວຍະບຸດ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງປາກງື່ມ ແລະ ຕາງໜ້າຮັບໃຫ້ແຕ່ລະກຸ່ມ ແມ່ນເລຂາພັກກຸ່ມ ແລະ ຄະນະພັກເມືອງ ຫົວໜ້າຄະນະຊີ້ນໍາພະນັກງານຮາກຖານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​                               # ຂ່າວ & ພາບ: ວຽງມາ

error: Content is protected !!