ວັນທີ 5 ກໍລະກົດ 2021 ຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄະນະບໍລິຫານງານພັກກະຊວງເປີດກວ້າງ ຄັ້ງທີ 1 ສະໄໝທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປັນປະທານຂອງສະຫາຍ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ມີຮອງເລຂາຄະພັກ ສະມາຊິກພັກເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສີອໍາພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ອ່ານດຳລັດຂອງນາຍົກລັດຖະມົນຕີເລກທີ 432/ນຍ ລົງວັນທີ 21.06.2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍແຕ່ງຕັ້ງທ່ານນາງ ສີສຸກ ວົງວິຈິດ ຄະນະປະຈຳພັກກະຊວງ ຫົວໜ້າກົມສາມັນສຶກສາ ເປັນຮອງລັດຖະມົນຕີ ສສກ ຜູ້ທີ 3.

ໂອກາດນີ້ ທ່ານ ສີສຸກ ວົງວິຈິດ ກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ຄະນະພັກ ຄະນະນໍາ ແລະ ການຈັດຕັ້ງທຸກຂັ້ນ ທີ່ໃຫ້ການສະໜັບສະໜູນ ກໍ່ສ້າງຊ່ວຍເຫຼືອ ສຶກສາອົບຮົມ ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ມອບໝາຍໜ້າທີ່ອັນສໍາຄັນໃນຄັ້ງນີ້
# ຂ່າວ & ພາບ: ໄຊບັນດິດ