ສະເຫຼີມສະຫຼອງວັນພະດຸງຄັນສາກົນ

    ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດພິທີສະເຫຼີມສະຫຼອງວັນຜະດຸງຄັນສາກົນ ຜ່ານລະບົບອອນລາຍ ວັນທີ 6 ກໍລະກົດ 2021 ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ຫົວຂໍ້ປະຈຳປີທີ່ວ່າ: “ເຊື່ອໝັ້ນໃນຂໍ້ມູນ-ໃຫ້ລົງທຶນໃນຜະດຸງຄັນ” ເປັນປະທານຮ່ວມຂອງທ່ານນາງ ຈັນຖະໜອມ ມະນີທິບ ຮັກສາການຫົວໜ້າຫ້ອງການກະຊວງສາທາລະນະສຸກ ແລະ ທ່ານນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ສະມາຄົມຜະດຸງຄັນລາວ (LAMs) ສະມາຄົມການແພດນາລີເວດສູຕິສາດ ແຫ່ງປະເທດລາວ ລວມເຖິງຜະດຸງຄັນ ແລະ ນັກສຶກສາຜະດຸງຄັນໃນຂອບເຂດທົ່ວປະເທດ ແລະ ຄູ່ຮ່ວມພັດທະນາຈາກຫຼາຍພາກສ່ວນເຂົ້າຮ່ວມ.

    ຜະດຸງຄັນ ມີບົດບາດສຳຄັນຫຼາຍຕໍ່ການບໍລິການສຸຂະພາບຈະເລີນພັນ ແມ່-ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ພວກເຂົາແມ່ນຜູ້ໃຫ້ບໍລິການທີ່ສາມາດຊ່ວຍຊີວິດຂອງແມ່ ແລະ ເດັກ ເຂົາຍັງສາມາດໃຫ້ຄຳປຶກສາດ້ານສຸຂະພາບຂັ້ນຕົ້ນໃຫ້ແມ່ຍິງ  ແລະ ເດັກຍິງ ເຊິ່ງນຳໄປສູ່ການປ້ອງກັນການຕາຍຂອງແມ່ຍິງຖືພາ ແລະ ເດັກເກີດໃໝ່ອີກດ້ວຍ ຈາກຜົນສຳຫຼວດທົ່ວໂລກໃນແຕ່ລະປີ ຜະດຸງຄັນສາມາດຊ່ວຍຊີວິດໄດ້ຫຼາຍກວ່າລ້ານຄົນ ດັ່ງນັ້ນ ການຈັດຕັ້ງສະເຫຼີມສະຫຼອງວັນຜະດຸງຄັນຂຶ້ນຄັ້ງນີ້ ແມ່ນເຫດການໜຶ່ງທີ່ສຳຄັນ ແລະ ມີຄວາມໝາຍຢ່າງເລິກເຊີ່ງ ເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານ ໃນການເພີ່ມທະວີຄວາມເອົາໃຈໃສ່ໃນການບໍລິການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຕໍ່ສຸຂະພາບຂອງແມ່ຍິງ ເດັກເກີດໃໝ່ ເດັກນ້ອຍ ເຍົາວະຊົນ ແລະ ໄວໜຸ່ມ ທັງເປັນການຂໍການສະໜັບສະໜູນຈາກການນຳທຸກຂັ້ນ ນັບແຕ່ຂັ້ນສູນກາງ ແລະ ອຳນາດການປົກຄອງຂັ້ນຕ່າງໆ ໃຫ້ເກີດຄວາມເຂົ້າໃຈ ປຸກລະດົມບຸກຄົນ ຄອບຄົວ ແລະ ຊຸມຊົນ ເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານການຮັກສາສຸຂະພາບຂອງຂອງແມ່ ແລະ ເດັກ ພ້ອມທັງສ້າງຄວາມເຂົ້າໃຈໃຫ້ສາມີຍອມຮັບການຕັດສິນໃຈຂອງແມ່ຍິງໃນກໍລະນີທີ່ເຂົາເຈົ້າມີຄວາມຕ້ອງການໃນການຮັກສາສຸຂະພາບຂອງຕົນເອງ ລວມທັງການວາງແຜນຄອບຄົວ.

​                               # ຂ່າວ & ພາບ:  ຂັນທະວີ

error: Content is protected !!