ວັນທີ 5 ກໍລະກົດ 2021 ທີ່ນະຄອນຫຼວງວຽງຈັນ ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດທູດ ສ ເກົາຫຼີ ປະຈໍາ ສປປ ລາວ ໄດ້ມອບນໍ້າຢາເຄມີ ແລະ ອຸປະກອນການແພດສຳລັບການກວດວິເຄາະພະຍາດໂຄວິດ-19 ລວມມູນຄ່າຫຼາຍກວ່າ 100.000 ໂດລາສະຫະລັດ ໃຫ້ລັດຖະບານລາວ ຮັບໂດຍທ່ານ ດຣ. ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອນຳໃຊ້ເຂົ້າໃນການກວດວິເຄາະພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ມູຮົງ ອິມ ກໍໄດ້ສະແດງຄວາມຊົມເຊີຍລັດຖະບານລາວ ທີ່ເຫັນວ່າອັດຕາສັກວັກຊີນຢູ່ໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ ແລະ ຄຽງຄູ່ກັນນັ້ນ ການຕິດເຊື້ອໃນຊຸມຊົນກໍໄດ້ຫູຸດລົງຢ່າງຕໍ່ເນື່ອງ ແລະ ກຳລັງກ້າວໄປສູ່ສະພາບປົກກະຕິແລ້ວ ເຊິ່ງທັງໝົດນີ້ ກໍຍ້ອນການຊື້ນຳ-ນຳພາຂອງການນຳ ບວກກັບບັນດາແພດໝໍ ແລະ ທຸກພາກສ່ວນທີ່ເອົາໃຈໃສ່ໃນການປິ່ນປົວ ແລະ ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ ພ້ອມນັ້ນ ກໍຫວັງວ່າ: ບັນດາອຸປະກອນທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ຈະຖືກນຳໃຊ້ເຂົ້າໃນການກວດຫາເຊື້ອກໍລະນີສົງໄສ ຕິດເຊື້ອພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.
ໂອກາດດຽວກັນ ທ່ານ ດຣ. ບຸນແຝງ ພູມມາໄລສິດ ໂດຍຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈມາຍັງເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ສຳລັບການຊ່ວຍເຫຼືອອັນລ້ຳຄ່າໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຈາກລັດຖະບານ ສ ເກົາຫຼີ ໃນໄລຍະທີ່ຜ່ານມາ ກໍຄືຄັ້ງນີ້ ເຊິ່ງຖືວ່າເປັນການຊ່ວຍເຫຼືອທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ທັນເວລາ ແລະ ມີຄຸນຄ່າທີ່ສູງ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ ສປປ ລາວ.
# ຂ່າວ & ພາບ: ໄຊບັນດິດ