ລັດຖະບານ ຫາລືສຸມໃສ່ຫຼາຍບັນຫາສໍາຄັນ

    ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021 ໄດ້ຈັດຂຶ້ນວັນທີ 6-8 ກໍລະກົດ 2021  ຜ່ານລະບົບທາງໄກ ໂດຍເປັນປະທານໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີສະມາຊິກລັດຖະບານ ຜູ້ຕາງໜ້າອົງການຂອງພັກ ສະພາແຫ່ງຊາດ ອົງການນິຕິບັນຍັດ ຕຸລາການ ສູນກາງແນວລາວສ້າງຊາດ ບັນດາເຈົ້າແຂວງໃນຂອບເຂດທົ່ວປະເທດ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຕີລາຄາສະພາບການ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຫຼາຍບັນຫາທີ່ສໍາຄັນເປັນຕົ້ນ ສ້າງຄວາມເປັນເອກະພາບຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2021 ພ້ອມທັງສະຫຼຸບສະພາບພົ້ນເດັ່ນເດືອນມິຖຸນາ ແລະ ແຜນວຽກຈຸດສຸມເດືອນກໍລະກົດ 2021 ພ້ອມນັ້ນ ຍັງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ນະໂຍບາຍຂອງລັດຖະບານ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ບັນດາຫົວຂໍ້ທີ່ນໍາມາລາຍງານ ແລະ ປຶກສາຫາລືໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສໍາຄັນ ເພາະເປັນການຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນ 6 ເດືອນຕົ້ນປີ 2021 ທັງເປັນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທໍາ ບົນຈິດໃຈສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.

    ໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ແລະ ຜູ້ເຂົ້າຮ່ວມປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃນຄັ້ງນີ້ມີປະສິດທິຜົນສູງ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ໄດ້ກໍານົດໄວ້.

                  ​                      # ຂ່າວ & ພາບ:  ໄຊບັນດິດ

error: Content is protected !!