6 ເດືອນຜ່ານມາ ສາມາດແກ້ໄຂປາກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມໄດ້ 561 ເລື່ອງ

    ອີງຕາມການສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງອົງຄະນະພັກນະຄອນຫຼວງວຽງຈັນໃນໄລຍະ 6 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021 ທີ່ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານພັກນະຄອນຫຼວງວຽງຈັນ ສະໄໝທີ VII ຄັ້ງທີ 4 ເຊິ່ງໃນນັ້ນ ການນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະ 6 ເດືອນຜ່ານມາ ໄດ້ສຸມໃສ່ປະຕິບັດ 4 ແຜນງານ 37 ວຽກຈຸດສຸມ ແລະ 4 ໜ້າທີ່ໃຫ່ຍ 26 ແຜນງານ ມີສະພາບຄວາມບໍ່ເປັນລະບຽບຮ້ອຍຮຽບເກີດຂຶ້ນ 588 ເລື່ອງ (ຖ້າທຽບໃສ່ 6 ເດືອນຕົ້ນປີຜ່ານມາ ເພີ່ມຂຶ້ນ 89 ເລື່ອງ) ຜົນເສຍຫາຍເງິນ 1.702.610.0000 ກີບ ລົດຈັກ 326 ຄັນ ລົດໃຫຍ່ 5 ຄັນ ຄໍາຮູບປະພັນ 58 ບາດ ແລະ ອຶ່ນໆ ການແກ້ໄຂປາກົດການຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ທັງໝົດ 561 ເລື່ອງ ກັກຕົວ 760 ຄົນ ຍິງ 11 ຄົນ ແລະ ສາມາດຢຶດຂອງກາງເປັນຢາບ້າ 8.643.607 ເມັດ ຢາໄອສ໌ 338,7 ກິໂລກຣາມ ກັບ 337,32 ກຣາມ ນອກນັ້ນ ສາມາດເກັບກູ້ຂອງກາງໄດ້ 128.450.000 ກີບ ເງິນບາດ 520.985 ບາດ ແລະ ອື່ນໆ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດໄດ້ທັງໝົດ 317 ເລື່ອງ ແລະ ສາມາດຢຶດຂອງກາງຢາບ້າໄດ້ 8.643.607 ເມັດ ຢາໄອສ໌ ແລະ ອຸປະກອນຈໍານວນໜຶ່ງ ມີອຸບັດເຫດເກີດຂຶ້ນທັງໝົດ 517 ເລື່ອງ (ຖ້າທຽບໃສ່ 6 ເດືອນຕົ້ນປີຜ່ານມາ ເພີ່ມຂຶ້ນ 69 ເລື່ອງ) ມີພາຫະນະເປ່ເພ 1.031 ຄັນ ບາດເຈັບ 500 ຄົນ ແລະ ເສຍຊີວິດ 88 ຄົນ ໄດ້ຈັດຕັ້ງກຳລັງເພື່ອລົງກວດກາລາດຕະເວນຈຸດຫຼໍ່ແຫຼມທາງບົກ ແລະ ທາງນໍ້າຈໍານວນ 16 ຈຸດ ພົບເຮືອ 16 ລໍາ ເພື່ອສະກັດກັ້ນຄົນລັກລອບໄປຕາມຊາຍແດນ ແລະ ໄດ້ພົບເຫັນປະຊາຊົນລາວ-ໄທ ລະເມີດຊາຍແດນທັງໝົດ 53 ກໍລະນີ ກັກຕົວໄດ້ 122 ຄົນ ຍິງ 55 ຄົນ ໄດ້ຢຸດເຮືອປະມົງ 35 ລໍາ ໃນນັ້ນ ມີເຮືອຝັ່ງໄທ 2 ລໍາ ແລະ ໄດ້ມີປະຊາຊົນລາວນໍາເຮືອເພື່ອລັກລອບຂົນຢາບ້າໄປຝັ່ງໄທ ແລະ ໄດ້ຢຶດຂອງກາງໄດ້ 5 ເປົາ ເຮືອ 2 ລໍາ ແລະ ກັກຄົນໄດ້ 3 ຄົນ.

​                               # ຂ່າວ & ພາບ:  ຂັນທະວີ

error: Content is protected !!