ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປັນເຈົ້າພາບຈັດສຳມະນາທົບທວນ ແລະ ເຝີກອົບຮົມຄູປະເມີນຜົນ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນຄັ້ງທີ 2 ແບບລະບົບທາງໄກ ຂຶ້ນວັນທີ 5-7 ກໍລະກົດ 2021 ທີ່ໂຮງແຮມ ຄຣາພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ມີຕາງໜ້າກອງເລຂາອາຊຽນ ບັນດາປະເທດສະມາຊິກອາຊຽນ ແລະ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວອາຊຽນສໍາລັບປີ 2016-2025 ໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ການແຂ່ງຂັນເຊິ່ງກັນ ແລະ ກັນ ພາຍໃນບັນດາປະເທດສະມາຊິກອາຊຽນຫຼາຍຂຶ້ນ ໄລຍະຜ່ານມາ ກະຊວງ ຖວທ ສປປ ລາວ ໄດ້ເປັນຜູ້ລິເລີ່ມ ແລະ ເປັນເຈົ້າການໃນການສ້າງເອກະສານຄູ່ມືແນະນຳການຮັບລາງວັນການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ (ASEANSustainable Tourism Awards) ແລະ ໄດ້ຈັດເຝີກອົບຮົມຄູປະເມີນຜົນ ຄັ້ງທີ I ຂຶ້ນໃນ ປີ 2017 ທີ່ນະຄອນຫຼວງວຽງຈັນ.

ນອກນັ້ ນຍັງມີການປະເມີນຜົນ ແລະ ຄັດເລືອກຜະລິດຕະພັນຂອງແຕ່ລະປະເທດ ກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງທີ່ດີເດັ່ນ 2 ປະເພດລາງວັນ ຄື: ລາງວັນປະເພດຜະລິດຕະພັນການທ່ອງທ່ຽວຢູ່ເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນການທ່ອງທ່ຽວຢູ່ຊົນນະບົດ 1 ລາງວັນ ແລະ ສົ່ງຜະລິດຕະພັນການທ່ອງທ່ຽວດັ່ງກ່າວເຂົ້າຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ເຊິ່ງລາງວັນດັ່ງກ່າວ ຈະຖືກມອບ-ຮັບຂຶ້ນທຸກໆ 2 ປີ ໃນໂອກາດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ໂດຍຈະມີຫົວຂໍ້ທີ່ແຕກຕ່າງກັນ ຂຶ້ນຕາມການຕົກລົງເຫັນດີຂອງຄະນະກຳມະການທ່ອງທ່ຽວອາຊຽນ ແລະ ລັດຖະມົນຕີທ່ອງທ່ຽວອາຊຽນ.

ສຳລັບ ສປປ ລາວ ໄດ້ຮັບລາງວັນດັ່ງກ່າວມາແລ້ວ 2 ຄັ້ງຄື: ປີ 2018 ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ພາຍໃຕ້ຫົວຂໍ້ “ທ່ອງທ່ຽວທາງທຳມະຊາດ” ທີ່ປະເທດໄທ ຄື ສະຖານທີ່ທ່ອງທ່ຽວພູສີ ແຂວງຫຼວງພະບາງ (ປະເພດຜະລິດຕະພັນຢູ່ໃນເຂດຕົວເມືອງ) ການບໍລິການທ່ອງທ່ຽວເຮືອນເທິງຕົ້ນໄມ້ Tree Top Explore ບ້ານໜອງຫຼວງ ເມືອງປາກຊ່ອງ (ປະເພດຜະລິດຕະພັນຢູ່ເຂດຊົນນະບົດ) ແລະ ປີ 2020 ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ພາຍໃຕ້ຫົວຂໍ້ “ທ່ອງທ່ຽວທາງວັດທະນະທຳ ແລະ ມໍລະດົກ” ທີ່ປະເທດບຣູໄນ ຄື :ສະຖານທີ່ທ່ອງທ່ຽວວັດຊຽງທອງ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ສະຖານທີ່ທ່ອງທ່ຽວວັດພູ ເມືອງຈຳປາສັກ ແຂວງຈຳປາສັກ

ການສຳມະນາ ແລະ ເຝີກອົບຮົມຄັ້ງນີ້ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນອັນຮີບດ່ວນ ຕໍ່ບັນດາປະເທດສະມາຊິກອາຊຽນ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ ແນໃສ່ການກະກຽມຄວາມພ້ອມໃນການເດີນທາງທ່ອງທ່ຽວຢ່າງປອດໄພ ພັດທະນາຜະລິດຕະພັນການທ່ອງທ່ຽວໃຫ້ມີປະສິດທິຜົນ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທີ່ໄດ້ຮັບການສັກຢາວັກຊີນໃນຕໍ່ໜ້າ ພາຍຫຼັງມີມາດຕະການຜ່ອນຜັນຫຼາຍຂຶ້ນ.

ນອກຈາກນັ້ນ ຍັງເປັນການປຶກສາຫາລື ແລະ ຄວາມເປັນເອກະພາບພາຍໃນປະເທດສະມາຊິກອາຊຽນ ກ່ຽວກັບການນຳໃຊ້ຄູ່ມືແນະນຳການທ່ອງທ່ຽວແບບຍືນຍົງ ເພື່ອສ້າງຄວາມເຂົ້າໃຈໃຫ້ແຕ່ລະປະເທດໃນການປະເມີນຜົນ ແລະ ຄັດເລືອກຜະລິດຕະພັນການທ່ອງທ່ຽວແບບຍືນຍົງ ທີ່ມີຄຸນນະພາບຈາກແຕ່ລະປະເທດ. ພາຍຫຼັງສຳເລັດການເຝີກອົບຮົບຄັ້ງນີ້ ບັນດາຄູເຝີກຈາກ 10 ປະເທດສະມາຊິກອາຊຽນ ຈະໄດ້ນໍາເອົາບົດຮຽນການພັດທະນາການທ່ອງທ່ຽວແບບຍືນຍົງໄປຈັດຕັ້ງປະຕິບັດໂດຍການເຜີຍແຜ່ ປັບປຸງຜະລິດຕະພັນການທ່ອງທ່ຽວຂອງແຕ່ລະປະເທດ ແລະ ປະເມີນຜະລິດຕະພັນທີ່ມີເປົ້າໝາຍ ແລະ ເງື່ອນໄຂທີ່ເໝາະສົມກັບຫົວຂໍ້ການແຂ່ງຂັນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນໃນປີ 2022 ທີ່ມີຫົວຂໍ້ວ່າ: “ການທ່ອງທ່ຽວປອດໄພ” ເພື່ອກະກຽມຄວາມພ້ອມໃນການສະເໜີຮັບລາງວັນໃນປີ 2022 ນີ້ ທີ່ໃກ້ຈະມາເຖິງນີ້ໃຫ້ສຳເລັດຕາມກຳນົດ.
# ຂ່າວ & ພາບ: ລັດເວລາ