ຍົກສູງບົດບາດວຽກງານສື່ມວນຊົນ ກັບສິດທິເດັກ

    ກອງປະຊຸມເຜີຍແຜ່ເນື້ອໃນປື້ມຄູ່ມືສື່ມວນຊົນ ກັບສິດທິເດັກ ໃຫ້ແກ່ອົງການສື່ມວນຊົນອ້ອມຂ້າງກະຊວງ ແລະ ຂະແໜງການ ຈັດຂຶ້ນວັນທີ 6-7 ກໍລະກົດ 2021 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ມີທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ນາງ ບີອາເຕ ດັດສະເທວ ວ່າການຜູ້ຕາງໜ້າອົງການອຸຍນີເຊັບ ພ້ອມດ້ວຍບັນນາທິການ ຮອງບັນນາທິການໂທລະພາບ ວິທະຍຸ ແລະ ໜັງສືພີມ ຈາກສູນກາງເຂົ້າຮ່ວມ.

    ປື້ມຄູ່ມືສື່ມວນຊົນກັບສິດທິເດັກ ແມ່ນໄດ້ສັງລວມເອົາບັນຫາສຳຄັນຕ່າງໆທີ່ສອດຄ່ອງກັບສົນທິສັນຍາວ່າດ້ວຍສິດທິເດັກ ແລະ ນິຕິກຳທີ່ກ່ຽວຂ້ອງ ມາຜັນຂະຫຍາຍເປັນຄຳແນະນຳ ການລາຍງານເພື່ອຊ່ວຍໃຫ້ສື່ມວນຊົນລາວທີ່ເຮັດໜ້າທີ່ລາຍງານຂ່າວກ່ຽວກັບເດັກ ຕ້ອງໄດ້ຄຳນຶງເຖິງສິດທິເດັກຕະຫຼອດ ນອກຈາກນັ້ນ ຍັງໄດ້ລວມເອົາການແນະນຳຫົວຂໍ້ທີ່ອາດຈະເປັນຂ່າວໄດ້ຕະຫຼອດ ພ້ອມທັງແນະນຳສິ່ງທີ່ຖືກຕ້ອງ ກວດກ່ອນເຜີຍແຜ່ (ສິ່ງເຕືອນໃຈກ່ອນເຜີຍແຜ່ຂ່າວ) ສິ່ງທີ່ກ່າວມານັ້ນ ໄດ້ສະແດງໃຫ້ເຫັນເຖິງການປົກປ້ອງ ແລະ ສົ່ງເສີມສິດທິເດັກຂອງສື່ມວນຊົນ.

    ຈຸດປະສົງຕົ້ນຕໍ ແມ່ນເພື່ອໃຫ້ສື່ມວນຊົນລາຍງານຂ່າວກ່ຽວກັບເດັກດ້ວຍຄວາມຮັບຜິດຊອບ ມີຄວາມຖືກຕ້ອງ ສອດຄ່ອງກັບສົນທິສັນຍາວ່າດ້ວຍສິທິດເດັກ ກົດໝາຍ ລະບຽບການ ຫຼັກການໃນການປົກປ້ອງ ສົ່ງເສີມສິດທິເດັກ ແລະ ຊ່ວຍໃຫ້ເດັກໄດ້ມີບົດບາດໃນສື່ມວນຊົນ.

                  ​                      # ຂ່າວ & ພາບ:  ຊິລິການດາ

error: Content is protected !!