ວັນທີ 6 ກໍລະກົດ 2021 ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ທ່ານ ປອ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງເຕັກໂນໂລຢີ ແລະ ການສື່ສານ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິ-19 ຖະແຫຼງຂ່າວວ່າ: ວັນທີ 5 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.559 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 56 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 3 ຄົນ (ກໍລະນີນໍາເຂົ້າ) ສະຫວັນນະເຂດ 7 ຄົນ (ກໍລະນີນໍາເຂົ້າ) ຈຳປາສັກ 45 ຄົນ (ກໍລະນີນໍາເຂົ້າ 44 ຄົນ ຕິດເຊື້ອໃນຊຸມຊົນ 1 ຄົນ) ແລະ ແຂວງວຽງຈັນ 1 ຄົນ (ຕິດເຊື້ອໃນຊຸມຊົນ) ປັດຈຸບັນ ມີຜູ້ຕິດເຊື້ອສະສົມ 2.356 ຄົນ ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວ 311 ຄົນ
# ຂ່າວ & ພາບ: ວຽງມາ