ທ່ານ ຊາຍທອງ ດ້ວງພວງມະນີ ຄອບຄົວຕົວແບບການລ້ຽງງົວຂຸນ ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍດົນມານີ້ວ່າ: ຄອບຄົວຂ້າພະເຈົ້າໄດ້ເລີ່ມລ້ຽງງົວ ແລະ ເຂົ້າລະບົບງົວຂຸນມາແຕ່ປີ 2019 ເປັນຕົ້ນມາ ເນື່ອງຈາກວ່າເຫັນສະພາບການຄ້າຂາຍງົວຂອງປະຊາຊົນຍັງຊະຊາຍ ບໍ່ທັນເຂົ້າສູ່ລະບົບ ເຮັດໃຫ້ລາຄາບໍ່ສູງເທົ່າທີ່ຄວນ ນໍ້າໜັກກໍບໍ່ໄດ້ມາດຕະຖານຂອງໂຮງງານຂ້າສັດ ແລະ ຕົນເອງກໍຮັກມັກໃນອາຊີບ ໄດ້ຮຽນຮູ້ດ້ານນີ້ ເພາະວ່າໄດ້ຮຽນຮູ້ວິທີການລ້ຽງງົວຂຸນຈາກໂຄງການຄຸນນະພາບຊີ້ນງົວລາວ ເຊິ່ງເປັນໂຄງການຊ່ວຍເຫຼືອຂອງປະເທດນູແວນເຊລັງ ໂດຍໄດ້ສົ່ງເສີມປະຊາຊົນເມືອງສັງທອງລ້ຽງງົວເປັນສິນຄ້າໃນປີ 2018 ຫຼັງຈາກໄດ້ຮຽນຮູ້ຕົນເອງ ກໍໄດ້ນຳເອົາບົດຮຽນດັ່ງກ່າວເຂົ້າມາໝູນໃຊ້ຕົວຈິງ ເຊິ່ງໂຄງການໄດ້ມີອຸປະກອນເພື່ອນຳໃຊ້ເຂົ້າໃນການລ້ຽງງົວເຊັ່ນ: ຮົ້ວໄຟຟ້າ ຊິງຊັ່ງນໍ້າໜັກງົວ ຢາວັກຊີນສຳລັບສັກງົວສັກໃຫ້ປີລະ 2 ຄັ້ງໂດຍບໍ່ເສຍຄ່າແນວພັນຫຍ້າ.

ໃນເບື້ອງຕົ້ນລ້ຽງງົວຂຸນ 10 ໂຕ ຫຼັງຈາກທີ່ຂາຍຈຳນວນດັ່ງກ່າວ ເຫັນວ່າໄດ້ກຳໄລດີ ຈຶ່ງໄດ້ຂະຫຍາຍອອກເປັນ 15 ໂຕ 20 ໂຕ ຈົນມາຮອດປັດຈຸບັນມີ 40 ໂຕ ໂດຍຂາຍໝູນກັນໄປມາ ການລ້ຽງງົວຂຸນເພື່ອເຮັດໃຫ້ນໍ້າໜັກເພີ່ມຂຶ້ນ ຕ້ອງໄດ້ນໍາໃຊ້ອາຫານເສີມເຊັ່ນ: ມັນຕົ້ນແຫ້ງປະສົມກັບຂີ້ເບຍແຮ່ທາດ ເຊິ່ງງົວລາດ ນໍ້າໜັກຈະເພີ່ມຂຶ້ນມື້ລະ 800 ກຣາມ ມື້ໜຶ່ງໃຫ້ອາຫານສຳລັັບງົວຂຸນ (ອາຫານເສີມ) 2 ຄັ້ງ ແລະ ໃຫ້ຫຍ້າທົ່ວໄປນຳອີກ ຫຼັກການຂຸນ ແມ່ນອີງໃສ່ສະພາບຂອງງົວແຕ່ລະໂຕ ພາຍຫຼັງເອົາເຂົ້າມາຂຸນແລ້ວປະມານ 70-75 ວັນ ນໍ້າໜັກງົວຈະຂຶ້ນເຕັມມາດຕະຖານ ສາມາດຂາຍໄດ້ແລ້ວ ຖ້າບໍ່ຂາຍ ມັນຈະກິນອາຫານລ້າເທົ່ານັ້ນ ແຕ່ນໍ້າໜັກຈະບໍ່ຂຶ້ນຕື່ມອີກ.

ສຳລັບການຈຳໜ່າຍ ແມ່ນຈຳໜ່າຍທົ່ວໄປ ແຕ່ຕະຫຼາດຫຼັກໆແມ່ນໂຮງງານຂ້າສັດໃນນະຄອນຫຼວງວຽງຈັນ ໂດຍມີແມ່ຄ້າມາຊື້ຢູ່ກັບທີ່ ເຊິ່ງຂາຍເປັນຂາຍ ກີໂລລະ 30.000 ກີບ (ງົວເປັນ) ປັດຈຸບັນ ຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກວ່າງົວທີ່ຈະນຳມາຂຸນຍັງບໍ່ຕອບສະໜອງໄດ້ ນອກຈາກລ້ຽງງົວຂຸນແລ້ວ ຍັງລ້ຽງງົວລາດທີ່ປ່ອຍແບບທຳມະຊາດ ມີປະມານ 20 ໂຕ ເປັນງົວພໍ່ພັນແມ່ພັນ ສາມາດສ້າງລາຍຮັບໄດ້ຫຼາຍລ້ານກີບຕໍ່ປີ ພ້ອມກັນນັ້ນ ຍັງໄດ້ປູກຫຍ້າໃນເນື້ອທີ່ 2 ເຮັກຕາ ມີຫຍ້າ 2 ປະເພດຄື: ຫຍ້າຫວານອິດສະລະແອນ ແລະ ຫຍ້າເນເປຍ ການລ້ຽງງົວຂຸນຕ້ອງເອົາໃຈໃສ່ໃນການປ້ອງກັນການລະບາດຂອງພະຍາດ ເປັນຕົ້ນແມ່ນໂຣກຜິວໜັງອັກເສບ ເວລານໍາງົວເຂົ້າມາ ຕ້ອງໄດ້ສັກຢາຕ້ານເຊື້ອ ພົ່ນຢາຂ້າແມງໄມ້ ແຍກສັດເພື່ອກັກກັນໄວ້ຕ່າງຫາກ ຕ້ອງໝັ່ນອະນາໄມຄອກໃຫ້ມີຄວາມສະອາດຢູ່ສະເໝີ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ