ເປີດນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ລາວສູ້ໆ”

    ພິທີເປີດນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ລາວສູ້ໆ” ໂດຍການຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ຈັດຂຶ້ນວັນທີ 5 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສັນຕິສຸກ ສິມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ແອັບ “ລາວສູ້ສູ້” ຖືວ່າເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ ທິມງານແພດສາມາດໃຊ້ເຄື່ອງມືນີ້ເພື່ອກວດ ກັ່ນຕອງຊອກຫາຜູ້ຕິດເຊື້ອ ເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ ການເດີນທາງຂອງຄົນໃນປະເທດ ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ ຊັດເຈນ ແລະ ມີປະສິດທິພາບ ແລະ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.

    ແອັບ “ລາວ ສູ້ສູ້” ມີໜ້າທີ່ ແລະ ອົງປະກອບຄື iFeel (ອາການຂ້ອຍ) ເພື່ອໃຫ້ທ່ານສາມາດລາຍງານອາການຂອງຕົນເອງໃນການກັກຕົວຢູ່ບ້ານ ຫຼື ສະຖານທີ່ກັກຕົວ ເຊັ່ນ: ລາຍງານອຸນນະພູມຮ່າງກາຍ ອາການ ໄຂ້ ໄອ ເມື່ອຍ ແລະ ອື່ນໆ iGo (ໄປໃສ) ເພື່ອ Check-In ກ່ອນເຂົ້າສະຖານທີ່ໃດໜຶ່ງ ໂດຍການສະແກນ QR Code ແລະ ລະບົບສາມາດຕິດຕໍ່ແຈ້ງເຕືອນທ່ານໄດ້ ຖ້າມີຄົນກຸ່ມສ່ຽງໄປສະຖານທີ່ດັ່ງກ່າວໃນເວລາ Timeline (ການເຄື່ອນໄຫວ) ເພື່ອເບິ່ງທາມລາຍທ່ານເອງ ແລະ ໃຊ້ລາຍງານ ແພດໝໍໄດ້ iVac (ສັກວັກຊິນ) ເພື່ອລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ iTest (ໄປກວດ): ເພື່ອລົງທະບຽນ ແລະ ຈອງຄິວເຂົ້າກວດເຊື້ອ Covid-19.

​                                  # ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!