ປັດຈຸບັນ ການປູກພືດຜັກເປັນສິນຄ້າຂອງປະຊາຊົນ ເຫັນວ່າມີການຂະຫຍາຍຕົວໃນຂອບເຂດທົ່ວປະເທດ ນອກຈາກຊາວກະສິກອນປູກແລ້ວ ຍັງມີທັງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ສຸມໃສ່ລົງທຶນຂະແໜງ ດັ່ງກ່າວຫຼາຍຂຶ້ນ ເພື່ອສົ່ງຂາຍທັງພາຍໃນ ແລະ ຕ່າງປະເທດ.

ຕາມການລາຍງານຂອງທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສັງທອງ ໃຫ້ຮູ້ວ່າ: ສັງທອງເປັນເມືອງທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ແລະ ປະຊາຊົນກໍມີມູນເຊື້ອໃນການປູກຝັງ ລ້ຽງສັດມາແລ້ວ ຍ້ອນທ່າແຮງດັ່ງກ່າວ ຈຶ່ງມີນັກລົງທຶນເຂົ້າມາລົງທຶນໃນຂະແໜງກະສິກຳຫຼາຍຂຶ້ນ ປັດຈຸບັນ ການປູກພືດຜັກ ເປັນນິມິດໝາຍອັນໃໝ່ຂອງເມືອງສັງທອງ ເຊິ່ງໄດ້ມີນັກທຸລະກິດ ຜູ້ປະກອບການເປັນຕົ້ນ ນັກລົງທຶນຈາກຕ່າງປະເທດ ໄດ້ລົງທຶນປູກໝາກເຜັດໃຫຍ່ ໝາກແຕງ ໝາກເລັ່ນ ແລະ ພືດຊະນິດອື່ນໆ ຫຼາຍພໍສົມຄວນ ໂດຍສະເພາະ ການປູກພືດເປັນກະສິກຳສະອາດ ເພື່ອສົ່ງຂາຍຢູ່ຕະຫຼາດປອດສານພິດໃນ ນວ ແລະ ສົ່ງອອກຕ່າງປະເທດ.

ຄຽງຄູ່ກັບການຜະລິດຂອງປະຊາຊົນແລ້ວ ຍັງມີບັນຫາຫຍຸ້ງຍາກໃນຂອດການຈຳໜ່າຍ ເນື່ອງຈາກວ່າຕະຫຼາດຍັງມີຈຳກັດ ບາງລະດູການ ພືດຜັກປະຊາຊົນປູກໄດ້ແລ້ວກໍບໍ່ໄດ້ຂາຍ ຖ້າຂາຍລາຄາກໍບໍ່ສົມເຫດສົມຜົນ ຕໍ່ກັບບັນກາດັ່ງກ່າວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ພະຍາຍາມສ້າງເປັນແຜນເພື່ອຂໍອະນຸຍາດມາຍັງພາກສ່ວນກ່ຽວຂ້ອງເພື່ອຂໍເປີດຕະຫຼາດອິນຊີ ປອດສານພິດ ເພື່ອເປັນຕະຫຼາດຕົວແທນຂອງເມືອງສັງທອງ ຕັ້ງຢູ່ ນວ ທີ່ນຳພືດຜັກ ສິນຄ້າຕ່າງໆຂອງຊາວກະສິກອນເມືອງສັງທອງມາວາງຂາຍ ຖ້າຫາກຕະຫຼາດດັ່ງກ່າວເກີດຂຶ້ນແມ່ນຈະສົ່ງຜົນດີໃຫ້ແກ່ຜູ້ຜະລິດ ແລະ ເປັນແຮງບັນດານໃຈອັນໜຶ່ງໃຫ້ກັບຊາວກະສິກອນ ເມື່ອຜະລິດໄດ້ແລ້ວແມ່ນມີຕະຫຼາດຮອງຮັບທີ່ແນ່ນອນ ໃນລາຄາທີ່ສົມເຫດສົມຜົນ ປັດຈຸບັນ ໄດ້ມີແມ່ຄ້າມືກາງມາຮັບຊື້ ແຕ່ກໍບໍ່ສາມາດເກັບຊື້ໄດ້ທັງໝົດຂອງຜົນຜະລິດຂອງປະຊາຊົນ ສະນັ້ນ ປະຊາຊົນຈຶ່ງຜະລິດພໍແຕ່ບໍລິໂພກພາຍໃນຄອບຄົວ ນອກຈາກນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງຈະສ້າງ ແລະ ພັດທະນາສູນເຕັກນິກຢູ່ບ້ານໃຫຍ່ນາຈະເລີນໃນເນື້ອທີ່ 3 ເຮັກຕາໃຫ້ການເປັນສູນຮຽນຮູ້ ໂດຍຈະປູກຕົ້ນໄມ້ນາໆພັນ ເພາະພັນກົບ ປູກຫຍ້າ ວິທີລ້ຽງງົວຂຸນ ແລະ ອື່ນໆຕາມຄວາມເໝາະສົມ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ