ສືບຕໍ່ແຈກຢາຍສິ່ງຂອງໃຫ້ປະຊາຊົນ

    ວັນທີ 4 ກໍລະກົດ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ແຈກຢາຍສິ່ງຂອງໃຫ້ກັບປະຊາຊົນບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 150 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19. ສິ່ງຂອງທີ່ມອບຄັ້ງນີ້ ໄດ້ຮັບການປະກອບສ່ວນຈາກທ່ານໝໍວິລະສັກ ນາງ ຕ້ອມ ຄອບຄົວທ່ານ ສົມສະໜິດ ມີໄຊ ທ່ານ ບຸນເກີດ ແລະ ແມ່ສີທອງພ້ອມດ້ວຍລູກຫຼານ.

​                               # ຂ່າວ & ພາບ :  ຂັນທະວີ

error: Content is protected !!