ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 5 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ.

ໃນວັນທີ 4 ກໍລະກົດ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 843 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 56 ກໍລະນີ (ຢູ່ນະຄອນຫຼວງວຽງຈັນ 4 ຄົນ ແຂວງສະຫວັນນະເຂດ 8 ຄົນ ຈຳປາສັກ 32 ຄົນ ວຽງຈັນ 11 ຄົນ ແລະ ແຂວງຄຳມ່ວນ 1 ຄົນ) ສຳລັບຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງວຽງຈັນ 11 ຄົນ ແມ່ນມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ກຸ່ມບ້ານບົວ ສ່ວນແຂວງສະຫວັນນະເຂດ 8 ຄົນ ຈຳປາສັກ 32 ຄົນ ຄຳມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 3 ຄົນ ແມ່ນແຮງງານລາວທີ່ເດີນທາງກັບຄືນຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ.

ມາຮອດປັດຈຸບັນ ສປປ ລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 2.300 ຄົນ (ຕິດເຊື້ອໃໝ່ 56 ຄົນ ໃນນັ້ນ ຕິດເຊື້ອໃນຊຸມຊົນ 12 ຄົນ) ເສຍຊີວິດສະສົມທັງໝົດ 3 ຄົນ ແລະ ຍັງຕິດຕາມປິ່ນປົວຢູ່ທົ່ວປະເທດທັງໝົດ 222 ຄົນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 184.546.101 ຄົນ (ໃໜ່ 323.733 ຄົນ) ເສຍຊີວິດສະສົມ 3.993.035 ຄົນ (ໃໝ່ 5.856 ຄົນ) ແລະ ປີ່ນປົວຫາຍດີ 168.893.022 ຄົນ ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

ປັດຈຸບັນ ທົ່ວປະເທດຍັງສືບຕໍ່ສັກວັກຊິນເຂັມທີ 2 ຮອບເກົ່າ (ຊີໂນຟາມ ແລະ ອາສຕາເຊນີກາ) ທ່ານສາມາດໄປສັກວັກຊິນເຂັມທີ 2 ໄດ້ຢູ່ໂຮງໝໍສູນກາງ ໂຮງໝໍເມືອງ ແລະ ສະຖານທີ່ບໍລິການທາງຄະນະສະເພາະກິດກຳນົດໄວ້.
.
# ຂ່າວ & ພາບ: ຊິລິການດາ