ເວລາປະມານ 18 ໂມງ ຂອງວັນທີ 22 ເມສາ 2020 ຫຼາຍເມືອງຢູ່ໃນນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບໜັກຈາກພະຍຸລະດູຮ້ອນເຂົ້າພັດຜ່ານ ປະມານ 40 ນາທີ ອັນໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ ໃນນີ້ ມີຕົ້ນໄມ້ໃຫຍ່ອາຍຸເກືອບ 200 ປີ (ຕົ້ນໄມ້ຈັນຫອມ) ຢູ່ວັດສີໄຄ ເມືອງສີໂຄດຕະບອງ ລົ້ມທັບເສົາໄຟຟ້າ ເຮັດໃຫ້ໄຟຟ້າດັບ ມີຫຼັງຄາເຮືອນປະຊາຊົນປິວອອກຈາກເຮືອນຈຳນວນຫຼາຍຫຼັງ ປ້າຍໂຄສະນາລົ້ມຫັກ ແລະ ຜົນເສຍຫາຍອື່ນໆ…