ສັງຄົມສະໜັບສະໜູນໃຫ້ລັດ ປິດຕະຫຼາດຊື້-ຂາຍສັດປ່າ ເພື່ອຕອບໂຕ້ COVID-19

    ວັນ​ທີ 7 ເມ­ສາ 2020 ກົງ​ກັບ​ວັນ​ສາ­ທາ­ລະ­ນະ​ສຸກ​ໂລກ ປັດ­ຈຸ­ບັນ​ທີ່​ໂລກ​ຂອງ​ເຮົາ ກຳ­ລັງ​ປະ​ເຊີນ​ກັບ​ພາ­ວະ​ສຸກ​ເສີນ​ດ້ານ​ສາ­ທາ­ລະ­ນະ​ສຸກ ທີ່​ຮ້າຍ​ແຮງ​ທີ່​ສຸດ ອົງ­ການ​ກອງ​ທຶນ​ອະ­ນຸ​ຮັກ​ທຳ​ມະ​ຊາດ​ໂລກ (WWF) ໄດ້​ເຜີຍ­ແຜ່​ບົດ​ລາຍ​ງານ​ຈາກ​ການ​ສຳ​ຫຼວດ​ທີ່​ພົບ​ວ່າ​ມີ​ຫຼາຍ​ກວ່າ 90% ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​ໃນ 3 ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ລວມ​ເຖິງ​ຮົງ​ກົງ ເຫັນ​ດີ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ແນວ​ຄິດ​ທີ່​ນຳ­ພາ​ໂດຍ​ລັດ­ຖະ­ບານ ຕໍ່​ການ​ປິດ​ຕະ­ຫຼາດ​ຊື້-ຂາຍ​ສັດ​ທີ່​ປ່າ​ຜິດ​ກົດ­ໝາຍ ແລະ ບໍ່​ມີ​ການ​ຄຸ້ມ​ຄອງ​ຢ່າງ​ຖືກ­ຕ້ອງ.

    ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເປັນ​ການ​ເຊື່ອມ​ໂຍງ​ກັນ​ລະ­ຫວ່າງ​ພະ­ຍາດ​ຕິດ­ຕໍ່​ຈາກ​ສັດ​ສູ່​ຄົນ ແລະ ຜູ້​ທີ່​ຕິດ­ພະ­ຍາດ​ຈາກ​ສັດ ແລ້ວ​ສາ­ມາດ​ແຜ່​ເຊື້ອ​ໄປ​ສູ່​ຄົນ​ອື່ນ​ໄດ້​ອີກ ຕະ­ຫຼາດ​ຊື້-ຂາຍ​ສັດ­ປ່າ ຖື​ວ່າ​ເປັນ​ແຫຼ່ງ​ທີ່​ມີ​ຄວາມ​ສ່ຽງ​ຫຼາຍ ຈາກ​ຜົນ​ສຳ​ຫຼວດ​ໃນ​ເດືອນ​ມີ­ນາ 2020 ຈາກ​ຈຳ­ນວນ​ຜູ້​ຮ່ວມ​ແບບ​ສຳ​ຫຼວດ 5.000 ຄົນ ຈາກ​ເຂດ​ປົກ­ຄອງ​ພິ­ເສດ​ຮົງ​ກົງ ຍີ່­ປຸ່ນ ມຽນ​ມາ ໄທ ແລະ ຫວຽດ­ນາມ ພົບ​ວ່າ 82% ມີ​ຄວາມ​ກັງ­ວົນ​ຫຼາຍ​ຕໍ່​ການ​ລະ­ບາດ​ຂອງ​ໂລກ​ຕິດ­ຕໍ່​ນີ້ ໃນ​ນີ້ 93% ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​ຈາກ 3 ປະ­ເທດ​ໃນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ແລະ ຮົງ​ກົງ ຢາກ​ສະ­ໜັບ­ສະ­ໜູນ​ໃຫ້​ລັດ­ຖະ­ບານ​ປິດ​ຕະ­ຫຼາດ​ຊື້-ຂາຍ​ສັດ­ປ່າ​ທີ່​ຜິດ​ກົດ­ໝາຍ ແລະ ບໍ່​ມີ​ການ​ຄຸມ​ຄອງ​ຢ່າງ​ຖືກ­ຕ້ອງ.

    ຕົ້ນ​ກຳ­ເນີດ ຫຼື​ແຫຼ່ງ​ທີ່​ມາ​ທີ່­ແທ້​ຈິງ​ຂອງ​ພະ­ຍາດ COVID-19 ຍັງ​ເປັນ​ຂໍ້​ສົງ­ໄສ ແຕ່​ອົງ­ການ​ອະ­ນາ­ໄມ​ໂລກ​ໄດ້​ຢືນ­ຢັນ​ວ່າ ເປັນ​ໂຣກ​ຕິດ­ຕໍ່​ຈາກ​ສັດ​ສູ່​ຄົນ ເພື່ອ​ຕອບ​ໂຕ້​ກັບ​ໂຣກ​ລະ­ບາດ​ນີ້ ໃນ​ວັນ​ທີ 24 ກຸມ­ພາ​ຜ່ານ​ມາ ລັດ­ຖະ­ບານ​ຈີນ​ໄດ້​ປະ­ກາດ​ສັ່ງ​ຫ້າມ​ການ​ຊື້-ຂາຍ ແລະ ກິນ​ສັດ­ປ່າ​ເປັນ​ອາ­ຫານ ຜົນ​ສຳ​ຫຼວດ​ຂອງ WWF ຍັງ​ໃຫ້​ຮູ້​ອີ​ກວ່າ ຄົນ​ສ່ວນ​ໃຫຍ່​ຈາກ​ປະ­ເທດ​ອື່ນໆ​ໃນ​ທົ່ວ​ຂົງ­ເຂດ​ພາກ​ພື້ນ ເຫັນ​ດີ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ມາດ​ຕະ­ການ​ໃນ​ຮູບ​ແບບ​ດຽວ​ກັນ ຕໍ່​ການ​ປິດ​ຕະ​ຫຼາຍ​ຊື້-ຂາຍ​ສັດ­ປ່າ ນີ້​ຖື​ວ່າ​ເປັນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ສັງ­ຄົມ​ຄັ້ງ​ທຳ​ອິດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັນ​ລະ­ຫວ່າງ COVID-19 ແລະ ການ​ຄ້າ-ຂາຍ​ສັດ­ປ່າ​ໃນ​ທົ່ວ​ພາກ​ພື້ນ​ອາ­ຊີ.

    ທ່ານ Christy Williams ຜູ້­ອຳ­ນວຍ­ການ WWF ປະ­ຈຳ​ອາ­ຊີ-ປາ​ຊີ​ຟິກ ກ່າວ​ວ່າ: ຈີນ​ໄດ້​ປະ­ຕິ­ບັດ​ຫຼາຍ​ມາດ​ຕະ­ການ ເຊິ່ງ​ເປັນ​ບາດ­ກ້າວ​ທີ່​ດີ ລວມ​ເຖິງ​ການ​ຫ້າມ​ລ່າ ຊື້-ຂາຍ ເຄື່ອນ​ຍ້າຍ ແລະ ການ​ກິນ​ສັດ­ປ່າ ປັດ­ຈຸ­ບັນ ຫວຽດ­ນາມ​ກໍ​ກຳ­ລັງ​ດຳ­ເນີນ​ການ​ໃນ​ຮູບ​ແບບ​ທີ່​ຄ້າຍ­ຄື​ກັນ ລັດ­ຖະ­ບານ​ໃນ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ຄວນ​ພິ­ຈາ­ລະ­ນາ​ຕໍ່​ມາດ​ຕະ­ການ​ປິດ​ຕະ­ຫຼາດ​ຊື້-ຂາຍ​ສັດ­ປ່າ​ທີ່​ມີ​ຄວາມ​ສ່ຽງ​ສູງ ແລະ ຢຸດ­ຕິ​ຂະ​ບວນ​ການ​ຄ້າ-ຂາຍ​ສັດ­ປ່າ ເພື່ອ​ອະ­ນຸ​ຮັກ​ສັດ­ປ່າ ແລະ ຊ່ວຍ​ປ້ອງ​ກັນ​ການ​ເກີດ​ຂຶ້ນ​ຊ້ຳ​ຮອຍ​ອີກ ຂອງ​ໂຣກ​ຕິດ­ຕໍ່​ຈາກ​ສັດ​ສູ່​ຄົນ ທີ່​ອາດ​ກໍ່​ບັນ­ຫາ​ການ​ຢຸດ​ສະ​ງັກ ຄວາມ​ວຸ່ນ­ວາຍ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ດັ່ງ​ທີ່​ພວກ​ເຮົາ​ກຳ­ລັງ​ປະ​ເຊີນ​ຢູ່​ໃນ​ທົ່ວ​ໂລກ.

    ສະ­ເພາະ​ຢູ່ ສປປ ລາວ ທ່ານ Francois Guegan ຫົວ­ໜ້າ​ຝ່າຍ​ການ​ອະ­ນຸ​ຮັກ WWF-Laos ໄດ້​ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 05/ນຍ ປີ 2018 ຖື​ວ່າ​ເປັນ​ການ​ແກ້​ໄຂ​ບັນ­ຫາ​ກ່ຽວ​ກັບ​ການ​ຄ້າ-ຂາຍ​ສັດ­ປ່າ​ທີ່​ຜິດ​ກົດ­ໝາຍ​ໃນ​ລາວ​ໄດ້​ດີ​ທີ່​ສຸດ ແລະ ເຮັດ​ໃຫ້­ການ​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ຈາກ​ສັດ­ປ່າ ການ​ຄ້າ-ຂາຍ​ສັດ­ປ່າ​ຫຼຸດ​ລົງ ຄຳ​ສັ່ງ​ດັ່ງ­ກ່າວ ຖືກ​ນຳ​ມາ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂດຍ​ກົມ​ກວດ­ກາ​ປ່າ­ໄມ້ ຮ່ວມ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ໃນ​ບັນ­ດາ​ເຄືອ​ຂ່າຍ​ບັງ­ຄັບ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ສັດ­ປ່າ ເພື່ອ​ຮັບ­ປະ­ກັນ​ໃຫ້​ປະ­ຊາ­ຊົນ​ລາວ​ມີ​ຄວາມ​ປອດ​ໄພ ແລະ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ຕິດ­ຕໍ່​ຈາກ​ສັດ​ສູ່​ຄົນ​ນີ້ ຈະ​ບໍ່­ເກີດ​ຂຶ້ນ​ອີກ ການ​ຄ້າ-ຂາຍ​ສັດ­ປ່າ ໂດຍ​ສະ­ເພາະ​ສັດ­ລ້ຽງ​ລູກ​ດ້ວຍ​ນົມ ສັດ​ປີກ ສັດ​ເລືອ​ຄານ ແລະ ອື່ນໆ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ແຜ່​ເຊື້ອ​ພະ­ຍາດ​ສູ່​ຄົນ ຈຳ​ຕ້ອງ​ຖືກ​ປິດ​ລົງ ແລະ ຢຸດ­ຕິ​ທັນ­ທີ ຜົນ​ການ​ສຳ​ຫຼວດ​ໂດຍ​ຜ່ານ GlobeScan ຍັງ​ເຜີຍ​ໃຫ້​ຮູ້​ວ່າ 9% ຂອງ​ຄົນ​ບາງ​ກຸ່ມ ຫຼື​ຄົນ​ທີ່​ພວກ​ເຂົາ​ຮູ້­ຈັກ ເຄີຍ​ຊື້​ສັດ­ປ່າ​ໃນ 12 ເດືອນ​ຜ່ານ​ມາ ຈາກ​ຕະ­ຫຼາດ​ຊື້​ຂາຍ​ສັດ­ປ່າ ແຕ່ 84% ຄິດ​ວ່າ​ຈະ​ບໍ່​ກັບ​ໄປ​ຊື້ ຫຼື​ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ຈາກ​ສັດ­ປ່າ​ໃນ​ອະ­ນາ­ຄົດ ຫຼັງ​ຈາກ​ການ​ແຜ່​ລະ­ບາດ​ຂອງ COVID-19.

    ທ່ານ Marco Lambertini ຜູ້­ອຳ­ນວຍ­ການ​ໃຫຍ່ WWF-ສາ­ກົນ ໃຫ້​ຮູ້​ວ່າ: ປະ­ຊາ­ຊົນ​ໃນ​ເຂດ​ອາ­ຊີ ທີ່​ອາ­ໄສ​ຢູ່​ໃນ​ປະ­ເທດ​ທີ່​ມີ​ຕະ­ຫຼາດ​ຄ້າ-ຂາຍ​ສັດ­ປ່າ​ຫຼາຍ​ທີ່​ສຸດ ໄດ້​ສະ­ແດງ​ອອກ​ເຖິງ​ການ​ສະ­ໜັບ­ສະ­ໜູນ​ຕໍ່​ການ​ຢຸດ​ກິນ​ສັດ­ປ່າ ແລະ ປິດ​ຕະ­ຫຼາດ​ຄ້າ-ຂາຍ​ສັດ­ປ່າ​ທີ່​ຜິດ​ກົດ­ໝາຍ ຈາກ​ຜົນ​ການ​ສຳ​ຫຼວດ​ຄົນ​ສ່ວນ​ໃຫຍ່ ມີ​ຄວາມ​ກັງ­ວົນ ແລະ ພ້ອມ​ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ຂອງ​ຕົນ ໃນ​ການ​ປ້ອງ​ກັນ​ວິ​ກິດ​ດ້ານ​ສາ­ທາ­ລະ­ນະ​ສຸກ​ຂອງ​ໂລກ​ໃນ​ອະ­ນາ­ຄົດ ທີ່​ອາດ​ມີ​ມາ​ຈາກ​ຕະ­ຫຼາດ​ສັດ­ປ່າ ເຖິງ​ເວ­ລາ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຜົນ​ກະ­ທົບ​ຈາກ​ການ​ຄ້າ-ຂາຍ​ສັດ­ປ່າ ທີ່​ມີ​ຕໍ່​ຄວາມ​ເສື່ອມ​ໂຊມ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ຄວາມ​ສ່ຽງ​ອື່ນໆ​ຕໍ່​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ.

    ອົງ­ການ​ອະ­ນາ­ໄມ​ໂລກ ລາຍ​ງານ​ວ່າ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ​ປັດ­ຈຸ­ບັນ ລວມ​ເຖິງ​ເຊື້ອ​ພະ­ຍາດ​ໃນ​ມະ­ນຸດ​ຢ່າງ​ໜ້ອຍ 61% ແມ່ນ​ການ​ແຜ່​ເຊື້ອ​ຈາກ​ສັດ​ສູ່​ຄົນ ການ​ຄ້າ-ຂາຍ​ສັດ­ປ່າ​ເປັນ­ຄວາມ​ສ່ຽງ​ທີ່​ຮ້າຍ​ແຮງ ຕໍ່​ການ​ແຜ່​ລະ­ບາດ​ຂອງ​ໂຣກ​ຕິດ­ຕໍ່​ຈາກ​ສັດ​ສູ່​ຄົນ ແລະ ຖື​ເປັນ​ການ​ທຳ­ລາຍ​ທີ່­ຢູ່​ອາ­ໄສ​ຂອງ​ສັດ­ປ່າ ເປັນ​ການ​ສູນ​ເສຍ​ທາງ​ລະ­ບົບ​ນິ­ເວດ​ວິ­ທະ­ຍາ ພະ­ຍາດ​ຕິດ­ຕໍ່​ອື່ນໆ​ທີ່​ເກີດ​ຂຶ້ນ​ໃນ​ໄລ­ຍະ​ຜ່ານ​ມາ ໃນ​ນີ້​ລວມ​ມີ​ພະ­ຍາດ SARS MERS ແລະ Ebola ລ້ວນ​ແຕ່​ເປັນ​ການ​ແຜ່​ເຊື້ອ​ຈາກ​ສັດ​ສູ່​ຄົນ.

    ການ​ຄ້າ-ຂາຍ​ສັດ­ປ່າ ເປັນ​ໄພ​ຂົ່ມ­ຂູ່​ໂດຍ​ກົງ​ອັນ​ດັບ 2 ຕໍ່​ຊີ­ວະ​ນາໆພັນ​ໃນ​ທົ່ວ​ໂລກ ຮອງ​ຈາກ​ການ​ທຳ­ລາຍ​ຖິ່ນ​ອາ­ໄສ​ຂອງ​ສັດ­ປ່າ-ຈຳ­ນວນ​ສັດ­ປ່າ ໂດຍ​ສະ­ເພາະ​ສັດ​ທີ່​ມີ​ກະ­ດູກ​ສັນ­ຫຼັງ​ໃນ​ທົ່ວ​ໂລກ ຫຼຸດ​ລົງ​ປະ­ມານ 60% ນັບ​ແຕ່​ປີ 1970 ແລະ ບົດ​ລາຍ​ງານ​ປີ 2019 ຈາກ​ນະ­ໂຍ­ບາຍ​ທາງ​ວິ­ທະ­ຍາ­ສາດ ລະ­ຫວ່າງ​ລັດ​ກ່ຽວ​ກັບ​ການ​ຊົມ­ໃຊ້​ຄວາມ​ຫຼວງ­ຫຼາຍ​ທາງ​ຊີ­ວະ​ນາໆພັນ ແລະ ລະ­ບົບ​ນິ­ເວດ​ວິ­ທະ­ຍາ ສະ­ຫຼຸບ​ວ່າ​ປັດ­ຈຸ­ບັນ​ປະ­ມານ 25% ຂອງ​ສັດ​ສາຍ​ພັນ​ຕ່າງໆ​ທົ່ວ​ໂລກ ກຳ­ລັງ​ຖືກ​ຄຸກ​ຄາມ ເຊິ່ງ​ອາດ​ນຳ­ໄປ​ສູ່​ການ​ສູນ­ພັນ.

error: Content is protected !!