ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19

    ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ຫົວໜ້າກອງເລຂາ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 5 ຫາ 19 ກໍລະກົດ 2021 ໃນວັນທີ 4 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ.

   ໂດຍໄດ້ຮັບມອບໝາຍຈາກທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຂ້າພະເຈົ້າຂໍແຈ້ງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ຜູ້ປະກອບການຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:

   ຜ່ານການປະເມີນສະພາບການລະບາດຂອງພະຍາດ COVID-19 ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການ ເລກທີ 671/ຫສນຍ ລົງວັນທີ 19 ມິຖຸນາ 2021 ແລະ ມາດຕະການຕ່າງໆທີ່ໄດ້ວາງອອກ ເຫັນວ່າພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບໜຶ່ງ ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນປະເທດຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແຕ່ເຖິງຢ່າງໃດກໍ່ຕາມ ບາງປະເທດອ້ອມຂ້າງ ກໍຍັງປະເຊີນໜ້າກັບການລະບາດຮອບໃໝ່ ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ ຍິ່ງໄປກວ່ານັ້ນ ຍັງພົບເຫັນສາຍພັນໃໝ່ທີ່ສາມາດແຜ່ເຊື້ອໄດ້ໄວ ແລະ ປັດຈຸບັນ ກໍພົບຜູ້ຕິດເຊື້ອສາຍພັນເດວຕາໃນ ສປປ ລາວ ເຊິ່ງເປັນກໍລະນີນຳເຂົ້າ ຕໍ່ສະພາບການດັ່ງກ່າວ ເຫັນວ່າປະເທດເຮົາຍັງມີຄວາມສ່ຽງ ເນື່ອງຈາກວ່າບາງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ໄດ້ມີມາດຕະການປິດກິດຈະການໃນບາງແຂວງ ເຮັດໃຫ້ແຮງງານລາວເດີນທາງກັບປະເທດຫຼາຍ ສະນັ້ນ ພວກເຮົາຕ້ອງສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອຮອງຮັບ ແລະ ຕ້ອງເຝົ້າລະວັງຕາມເຂດຊາຍແດນຢ່າງເຂັ້ມງວດ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ ພ້ອມກັນນັ້ນ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການຄວບການລະບາດ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ ແລະ ທົ່ວເຖິງ ລັດຖະບານຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການ ເລກທີ 671/ຫສນຍລົງວັນທີ 19 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 5 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 19 ກໍລະກົດ 2021 ພ້ອມທັງຜ່ອນຜັນບາງມາດຕະການ ດັ່ງນີ້:

    ມາດຕະການສືບຕໍ່ປະຕິບັດ:

   1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນ ກັບບຸຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມດ້ວຍຫຼາຍວິທີ ພ້ອມທັງເພີ່ມການສັກວັກຊີນແກ່ກຸ່ມເປົ້າໝາຍ ໃຫ້ໄດ້ຕາມຄາດໝາຍ.

   2. ສືບຕໍ່ປິດຮ້ານກິນ-ດື່ມ ຄາຣາໂອເກະ ສະຖານບັນເທີງ ໂຮງສາຍຮູບເງົາ ຮ້ານສະນຸກເກີ ຮ້ານນວດ ຮ້ານສະປາ ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.

   3. ຫ້າມຫຼິ້ນກີລາທີ່ຮ່າງກາຍມີການສຳຜັດກັນເຊັ່ນ: ບານເຕະ ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນ.

   4. ສືບຕໍ່ປິດການຮຽນ-ການສອນຢູ່ສະຖານການສຶກສາທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນ ຍົກເວັ້ນໂຮງຮຽນກິນນອນ.

   5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳຢູ່ໃນເຂດ ຫຼືບ້ານທີ່ຖືກກໍານົດເປັນເຂດແດງ ຍົກເວັ້ນໂຮງງານທີ່ພະນັກງານ ກໍາມະກອນ ໄດ້ສັກວັກຊີນຄົບ 2 ເຂັມແລ້ວ ໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ ໂຮງງານຜະລິດສິນຄ້າບໍລິໂພກ ຢາປົວພະຍາດ ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງ​ວດ ໃນໄລຍະພັກວຽກນີ້ ໃຫ້ຜູ້ປະກອບການຂອງບັນດາໂຮງງານ ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍສະຫວັດດີການໃຫ້ແກ່ແຮງງານເຫຼົ່ານັ້ນຖືກຕ້ອງ ຄົບຖ້ວນ ຕາມລະບຽບການ.

   6. ສືບຕໍ່ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.

   7. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

   8. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

    ມາດຕະການຜ່ອນຜັນ:

   1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ ຮ້ານຂາຍຍົກ-ຂາຍຍ່ອຍ ຮ້ານຊຸບເປີມາເກັດ ຮ້ານມິນິມາດ ຕະຫຼາດສົດ ຕະຫຼາດຂາຍອາຫານ ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

   2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳຜັດກັນ.

   3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.

   4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ຮ້ານກາເຟ ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້ ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.

   5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.

   6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ ກຳນົດຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ ພ້ອມນັ້ນ ກໍໃຫ້ຕິດຕາມ ກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດ ແລະ ເຂັ້ມງວດ.

   7. ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ ຢູ່​ພາຍ​ໃນ​ທ້ອງຖິ່ນ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນໄດ້ປົກ​ກະ​ຕິ.

   8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ ທາງນໍ້າ ແລະ ທາງອາກາດລະຫວ່າງ​ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ສຳລັບຜູ້ໂດຍສານເຂົ້າ-ອອກນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ  ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊິນຄົບ 2 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ ການຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ໃສ່ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່ ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ ໃບຢັ້ງຢືນການຈຳກັດບໍລິເວນຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນຢູ່ແຂວງປາຍທາງ ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼືໄດ້ດຳລົງຊີວິດຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.

   9. ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກ ລະ​ຫວ່າງ​ແຂວງ​ຫາແຂວງ ແລະ ນະຄອນຫຼວງວຽງຈັນຫາແຂວງ ສາມາດສົ່ງສິນຄ້າເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່ ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດໂຄຕວິດ-19 ແລະ ບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງ ແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

   10. ໃຫ້ບັນດາກະຊວງ ອົງການທຽບເທົ່າ ນະຄອນຫຼວງວຽງຈັນ ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ ລັດຖະກອນ ກຳມະກອນຂອງຕົນມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ ມີເຈວລ້າງມືຢູ່ທາງເຂົ້າ ໃສ່ຜ້າອັດປາກ-ດັງ ຮັກສາໄລຍະຫ່າງ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

   11. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນສາມັນສຶກສາ ອາຊີວະສຶກສາ ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

   12. ອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍຂອງອາຊີວະສຶກສາ ການສຶກສາຄູພະລະ-ສິລະປະສຶກສາ ແລະ ການສຶກສາຊັ້ນສູງຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນ ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

   13. ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ສຳລັບຢູ່ນະຄອນຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ສະເໜີຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກະຊວງສຶກສາທິການ ແລະ ກີລາ ສ່ວນແຂວງທີ່ມີການລະບາດໃນຊຸມຊົນ ໃຫ້ສະເໜີຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ໂດຍຜ່ານຂະແໜງສຶກສາທິການ ແລະ ກີລາ ພ້ອມນີ້ ໃຫ້ກຳນົດມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດຢ່າງເຂັ້ມງວດ ທັງລົງກວດກາສະຖານທີ່ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດພາຍຫຼັງເປີດບໍລິການ. 

   ມອບໃຫ້ກະຊວງ ອົງການທຽບເທົ່າ ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເດັດຂາດ ແລະ ເຂັ້ມງວດ.

    ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 745/ຫສນຍ ລົງວັນທີ 04 ກໍລະກົດ 2021 ແລະ ມີຜົນສັກສິດນັບແຕ່ວັນທີ 5 ຫາ 19 ກໍລະກົດ 2021 ພວກເຮົາຈະສືບຕໍ່ປະເມີນສະພາບການ ທົບທວນ ແລະ ດັດປັບມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຕື່ມ ກໍລະນີມີການປ່ຽນແປງລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລ ຍະ.

  ພໍ່ແມ່ພີ່ນ້ອງປະຊາຊົນລາວ ແລະ ທ່ານຜູ້ຊົມ ທີ່ຮັກແພງ,

  ເຖິງແມ່ນວ່າການລະບາດຂອງພະຍາດໂຄວິດ-19 ໄດ້ມີທ່າອ່ຽງຫຼຸດລົງ ແຕ່ຍັງສືບຕໍ່ມີການຕິດເຊື້ອໃນຊຸມຊົນເປັນຈຸ້ມ (Cluster) ໃນກຸ່ມຄອບຄົວ ພີ່ນ້ອງຢູ່ແຂວງວຽງຈັນ ສ່ວນຢູ່ນະຄອນຫຼວງວຽງຈັນ ຈຳປາສັກ ສະຫວັນນະເຂດ ໄຊຍະບູລີ ແລະ ຫຼວງນໍ້າທາ ແມ່ນກໍລະນີນຳເຂົ້າ ນອກຈາກນີ້ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາຈາກການນໍາເຂົ້າ ເຊິ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ ສະນັ້ນ ໃນນາມຕາງໜ້າຄະນະສະເພາະກິດ ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ດ່ັງນີ້:

   1. ຂໍໃຫ້ຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນລາວທຸກຖ້ວນໜ້າ ນັບທັງຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມັກຄີເປັນນໍ້າໜຶ່ງໃຈດຽວ ຮ່ວມກັນຄິດ ພ້ອມກັນເຮັດໄປໃນທິດທາງທີ່ເປັນປະໂຫຍດຕໍ່ສ່ວນລວມຂອງຊາດ ຂອງປະຊາຊົນ ສິ່ງເຫຼົ່ານີ້ຈະເປັນກຳລັງແຮງອັນມະຫາສານໃນການຕັດສິນຜົນສຳເລັດ ໃນການສະກັດກັ້ນ ແລະ ຕ້ານກັບການລະບາດຂອງພະຍາດທີ່ຮ້າຍແຮງນີ້ ຂໍໃຫ້ສາມັກຄີເປັນຈິດໜຶ່ງໃຈດຽວກັນ ສືບຕໍ່ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການ ນິຕິກໍາທີ່ວາງອອກ ເພື່ອເຮັດໃຫ້ການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະ ຍາດໂຄວິດ-19 ໃນປະເທດເຮົາ ໃຫ້ໄດ້ຮັບຜົນດີ.

   2. ຂໍໃຫ້ພົນລະເມືອງລາວ ແລະ ຊາວຕ່າງປະເທດທຸກຄົນທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງມີຄວາມຊື່ສັດ ຈິງໃຈ ເຄົາລົບຕໍ່ກົດໝາຍ ຕໍ່ມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນ ບໍ່ລະເມີດກົດໝາຍການເຂົ້າ-ອອກເມືອງ ບໍ່ລະເມີດມາດຕະການທາງດ້ານການແພດ ການບໍລິຫານ ແລະ ມາດຕະການທາງດ້ານເສດຖະກິດທີ່ຄະນະສະເພາະກິດກຳນົດອອກ  ຂໍໃຫ້ບຸກຄົນທີ່ຕິດເຊື້ອ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ຈິງໃຈລາຍງານຕົວຕໍ່ແພດໝໍ ກ່ຽວກັບສຸຂະພາບຮ່າງກາຍ ແລະ ການເຄື່ອນໄຫວຂອງຕົນເອງ  ທັງນີ້ກໍ່ເພື່ອໃຫ້ພາກສ່ວນທີ່ຮັບຜິດຊອບມີແຜນການ ແລະ ມາດຕະການແກ້ໄຂໃຫ້ທັນເວລາ.

    3. ລັດຖະບານ ກໍຄືຄະນະສະເພາະກິດ ຍິນດີຮັບເອົາຄຳຄິດຄຳເຫັນ ຄຳສະເໜີຂອງປະຊາຊົນ ເຊິ່ງແນ່ນອນວ່າ ຄວາມຄິດເຫັນ ຄວາມເປັນຫວ່ງເປັນໄຍຂອງທຸກໆທ່ານທີ່ຈິງໃຈນັ້ນ ແມ່ນດີ ມີປະໂຫຍດ ແຕ່ໃນທາງປະຕິບັດ ຕ້ອງໄດ້ນຳໃຊ້ໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ກັບແຕ່ລະກໍລະນີ ແລະ ບາງຄັ້ງອາດບໍ່ໄດ້ທັນກັບໃຈຢາກໄດ້ ໃນຈຸດນີ້ ພວກເຮົາຕ້ອງສືບຕໍ່ແລກປ່ຽນຄວາມຄິດຄວາມເຫັນ ເພື່ອເລືອກເອົາສິ່ງທີ່ເຫັນວ່າດີທີ່ສຸດ ໃນໄລຍະຜ່ານມາ ລັດຖະບານ ແລະ ຄະນະສະເພາະກິດ ໄດ້ຮັບຄຳສະເໜີຈາກຫຼາຍພາກສ່ວນ ທັງຈາກການຈັດຕັ້ງ ແລະ ປະຊາຊົນ ເຊິ່ງພວກເຮົາຂໍສະແດງຄວາມຂອບໃຈຕໍ່ຄຳສະເໜີດັ່ງກ່າວ ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມກັນຫຼີກເວັ້ນການໂຄສະນາທີ່ບິດເບືອນຄວາມຈິງ ໃສ່ຮ້າຍປ້າຍສີ ແລະ ແບ່ງແຍກຄວາມສາມັກຄີ ເຊິ່ງຈະເຮັດໃຫ້ພວກເຮົາທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງເຮັດໃຫ້ຊໍ້າເຕີມຫຍຸ້ງຍາກຕື່ມອີກ ຊິ່ງຈະບໍ່ເປັນປະໂຫຍດຕໍ່ປະເທດຊາດບ້ານເມືອງຂອງພວກເຮົາ.

   4. ຂໍໃຫ້ພວກເຮົາໃຫ້ກຳລັງໃຈແກ່ກັນ ແລະ ກັນ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ຈິງໃຈຕໍ່ກັນ ບໍ່ໃຊ້ອາລົມຕໍ່ກັນ ຕ້ອງໃຊ້ເຫດຜົນຕໍ່ກັນ ເພື່ອພ້ອມກັນຜ່ານຜ່າໄປດ້ວຍກັນຢ່າງມີຜົນສຳເລັດ ເນື່ອງຈາກສະພາບການລະບາດແກ່ຍາວມາ ເປັນເວລາເກືອບຈະ 2 ປີ ແລ້ວ ປະຊາຊົນກໍອິດເມື່ອຍນໍາການລະວັງຕໍ່ຄວາມສ່ຽງຕ່າງໆ ແລະ ບັນດາມາດຕະການຈຳກັດຕໍ່ການດຳລົງຊີວິດ ສ່ວນແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຍິ່ງອິດເມື່ອຍກວ່າອີກ ເພາະມີຈຳນວນຈຳກັດ ແຕ່ຕ້ອງບໍລິການຮັບໃຊ້ປະຊາຊົນຈຳນວນຫຼວງຫຼາຍ ໂດຍຫາເວລາພັກຜ່ອນຟື້ນຟູຮ່າງກາຍ ຈິດໃຈເກືອບບໍ່ມີເລີຍ.

    5. ສິ່ງສຳຄັນ ຂໍໃຫ້ທຸກຄົນເປັນເຈົ້າການ ມີຄວາມຮັບຜິດຊອບຕໍ່ການປ້ອງກັນຕົນເອງ ແລະ ຄອບຄົວຂອງຕົນ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່ ຖ້າປາສະຈາກການຕື່ນຕົວເຂົ້າຮ່ວມຂອງທຸກຄົນໃນສັງຄົມແລ້ວ ເຖິງແມ່ນ ພັກ-ລັດ ແລະ ການນຳຂັ້ນທ້ອງຖິ່ນ ຈະມີແຜນການດີປານໃດ ກໍຍາກຈະໄດ້ຮັັບຜົນສຳເລັດດີ.

   ທ້າຍສຸດນີ້ ຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ປອດໄພຈາກເຊື້ອພະຍາດທຸກຊະນິດ.

  # ພາບ – ຂ່າວ: ຊິລິການດາ

error: Content is protected !!