ທົ່ວປະເທດມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນອີກ 32 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19  ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 4 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 184.211.460 ຄົນ (ໃໜ່ 371.727 ຄົນ) ເສຍຊີວິດສະສົມ 3.986.743 ຄົນ (ໃໝ່ 6.853 ຄົນ) ແລະ ປີ່ນປົວຫາຍດີ 168.594.115 ຄົນ(ໃໝ່ 333.307) ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

    ໃນວັນທີ 3 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.717 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 32 ຄົນ ໃນນີ້ ຈາກແຂວງສະຫວັນນະເຂດ 9 ຄົນ ຈຳປາສັກ 17 ຄົນ ສາລະວັນ 1 ຄົນ ແຂວງວຽງຈັນ 2 ຄົນ ແລະ ແຂວງຄຳມ່ວນ 3 ຄົນ ສຳລັບແຂວງສະຫວັນນະເຂດ ຈຳປາສັກ ແລະ ແຂວງຄຳມ່ວນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ສ່ວນແຂວງວຽງຈັນ ແລະ ແຂວງສາລະວັນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສໍາຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2.244 ຄົນ ເສຍຊີວິດຍັງຄົງ 3 ຄົນ ແລະ ກໍາລັງປິ່ນປົວ 210 ກໍລະນີ ສຳລັບຈຳນວນບ້ານແດງຢູ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 12 ບ້ານ ໃນ 6 ເມືອງຄື: ເມືອງຈັນທະບູລີ ສີສັດຕະນາກ ໄຊທານີ ສີໂຄດຕະບອງ ໄຊເສດຖາ ແລະ ເມືອງນາຊາຍທອງ ບ້ານໃໝ່ທີ່ຖືກກຳນົດເປັນບ້ານແດງບໍ່ມີ ສຳລັບບ້ານທີ່ສີ້ນສຸດການເປັນບ້ານແດງ ມາເປັນບ້ານເຫຼືອງມີ 1 ບ້ານຄື: ບ້ານໂພນສີນວນ ເມືອງສີສັດຕະນາກ.

# ພາບ – ຂ່າວ: ຊິລິການດາ

error: Content is protected !!