ເຈົ້າຄອງນະຄອນຫຼວງ ເຄື່ອນໄຫວເຮັດວຽກຢູ່ເມືອງນາຊາຍທອງ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ລົງເຄື່ອນໄຫວເຮັດວຽກຊຸກຍູ້ວຽກງານການພັດທະນາຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 3 ກໍລະກົດ 2021 ໂດຍການນໍາພາຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຫ້ອງການກ່ຽວຂ້ອງ.

    ການລົງເຄື່ອນໄຫວຄັ້ງນີ້ ທ່ານ ເຈົ້າຄອງ ພ້ອມຄະນະ ໄດ້ລົງກວດກາເບິ່ງຈຸດທີ່ປະຊາຊົນໄດ້ຮັບຜົນກະທົບຈາກການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ໂຄງການກໍ່ສ້າງທາງດ່ວນ ແລະ ທາງລົດໄຟລາວ-ຈີນບາງຈຸດ ຄື:  ການກໍ່ສ້າງເສັ້ນທາງເລກທີ 13 ເໜືອ  ເຂດບ້ານຫົວຊ້າງ  ການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ເຂດບ້ານຫົວຂົວ ຢູ່ຈຸດເຂດຮ້ານອາຫານນາຊຸມ ກິໂລແມັດທີ 8+940D ແລະ ຈຸດເຂດຫ້ວຍຊອນ-ຫ້ວຍຊົ້ວ ບ້ານຫົວຂົວ ຮ່ອງນໍ້າແຄມທາງເລກທີ 13 ເໜືອ ພ້ອມນັ້ນ ຍັງໄດ້ເຄື່ອນໄຫວກວດກາເບິ່ງຈຸດເຂດນໍ້າມັກອັ່ງຖ້ວມຂັງ ເຂດທາງດ່ວນ ເຂດທາງນາຍາງ ອຸໂມງທາງດ່ວນຢູ່ທາງວັດພະບາດ ບ້ານນາຂ່າ ແລະ ດິນຂອງປະຊາຊົນທີ່ບໍ່ມີທາງເຂົ້າ ທີ່ປະຊາຊົນໄດ້ສະເໜີຕໍ່ສະພາປະຊາຊົນບ້ານນາຂ່າ ນອກນີ້ ຍັງໄດ້ເຄື່ອນໄຫວພົບປະກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານນໍ້າຫຸມ ແລະ ລົງກວດກາສະຖານທີ່ມີການບູກລຸກປ່າສະຫງວນແຫ່ງຊາດ ເຂດນໍ້າຜ່າ ເມືອງນາຊາຍທອງ ຕື່ມອີກ.

# ພາບ – ຂ່າວ: ຂັນທະວີ

error: Content is protected !!