ມື້ນີ້ ນວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 3 ກໍລະກົດ 2021 ໃຫ້ຮູ້ວ່າ ໃນວັນທີ 2 ກໍລະກົດ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.392 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 37 ຄົນ ໃນນີ້ຢູ່ແຂວງຈຳປາສັກ 28 ຄົນ ສະຫວັນນະເຂດ 7 ຄົນ ຄຳມ່ວນ 1 ຄົນ ຈຳນວນ 36 ຄົນນີ້ ລ້ວນແຕ່ພົບຈາກແຮງງານລາວກັບຄືນປະເທດທີ່ຖືກຕ້ອງຕາມລະບຽບກົດໝາຍ ສ່ວນແຂວງຫຼວງນໍ້າທາ 1 ຄົນເປັນກໍລະນີນຳເຂົ້າຈາກຕ່າງແຂວງ ສ່ວນຢູ່ນະຄອນຫຼວງວຽງຈັນແມ່ນບໍ່ພົບຜູ້ຕິດເຊື້ອ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 2.213 ຄົນ (ໃໝ່ 37) ເສຍຊີວິດສະສົມ 3 ຄົນ ຍັງຕິດຕາມປິ່ນປົວ 191 ຄົນ ໃນວັນທີ 2 ກໍລະກົດ ມີຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງເຂົ້າມາ ສປປ ລາວ 2.969 ຄົນ ເຊິ່ງທຸກຄົນໄດ້ເກັບຕົວຢ່າງໄປກວດຫາເຊື້ອ ແລະ ຈຳກັດບໍລິເວນຈົນຄົບ 14 ວັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!