ສໍາລັບມາດຕະນຜ່ອນຜັນໄລຍະທີ 5 ໃນການແກ້ໄຂທຸລະກິດຂົງເຂດຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ (ນວ) ເຫັນວ່າຍັງມີບາງຫົວໜ່ວຍທຸລະກິດຮ້ານອາຫານ ທີ່ເປັນປະເພດຮ້ານກິນດື່ມ ແລະ ສວນອາຫານຈຳນວນໜຶ່ງ ບໍ່ທັນເຂົ້າໃຈຄຳສັ່ງຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນ ນວ ຈຶ່ງມີການລະເມີດ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ທັງເປັນຫົວໜ້າໜ່ວຍງານໂຄສະນາປະຊາສຳພັນ ແລະ ຍ້ອງຍໍຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຂັ້ນ ນວ ໃຫ້ສໍາພາດວັນທີ 2 ກໍລະກົດ 2021 ວ່າ: ພະແນກ ຖວທ ນວ ນອນຢູ່ໃນຄະນະຮັບຜິດຊອບໜ່ວຍງານໂຄສະນາປະຊາສໍາພັນ ແລະ ຍ້ອງຍໍຂອງຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຂັ້ນ ນວ ເຊິ່ງຜ່ານມາ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ ກໍຄືບັນດາມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ໂດຍສະເພາະ ຄະນະສະເພາະກິດຂັ້ນສູນກາງຂັ້ນ ນວ ກໍຄືກະຊວງ ທີ່ໄດ້ແຈ້ງອອກມາເປັນແຕ່ລະໄລຍະ ແຕ່ໄລຍະທີ 1-5 ມາຮອດປັດຈຸບັນ ເປັນການຈັດຕັ້ງປະຕິບັດຢູ່ໃນໄລຍະທີ 5 ກໍຄືການປະຕິບັດແຈ້ງການສະບັບເລກທີ 671 ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນ ນວ ສະບັບເລກທີ 014 ໄດ້ມີມາດຕະການຜ່ອນຜັນຫຼາຍດ້ານ ເປັນຕົ້ນ ຢູ່ໃນຂົງເຂດວຽກງານ ຖວທ ໃນໄລຍະທີ 5 ໄດ້ມີການຜ່ອນຜັນບັນດາຮ້ານອາຫານ ຮ້ານກາເຟ ແລະ ຮ້ານເສີມຄວາມງາມທີ່ສາມາດເປີດບໍລິການໃຫ້ຄົນເຂົ້າໄປກິນດື່ມຢູ່ໃນຮ້ານໄດ້ ຊື້ໄປກິນຢູ່ເຮືອນໄດ້ ແຕ່ບໍ່ໃຫ້ຂາຍເຄື່ອງດື່ມເປັນສິ່ງມືນເມົາ ທີ່ມີທາດເຫຼົ້າຢູ່ໃນຮ້ານ ເຊິ່ງມາດຕະການຜ່ອນຜັນ ແມ່ນແກ້ໄຂໃຫ້ມີສະຖານທີ່ຮັບປະທານອາຫານເທົ່ານັ້ນ ປະເພດຮ້ານທີ່ເປີດນັ່ງຮັບປະທານອາຫານໄດ້ ແຕ່ບໍ່ດື່ມສິ່ງມືນເມົາ ຈະມີຮ້ານເຝີ ຮ້ານເຂົ້າປຽກ ຮ້ານກາເຟ ຮ້ານລາບ ສ່ວນຮ້ານກິນດື່ມ ແລະ ສວນອາຫານແມ່ນຍັງບໍ່ທັນອະນຸຍາດໃຫ້ເປີດເທື່ອ.
ໂອກາດນີ້ ຂໍຝາກເຖິງພະນັກງານ ປະຊາຊົນ ນວ ແລະ ທຸກອົງການຈັດຕັ້ງຮ່ວມແຮງຮ່ວມໃຈກັນຕ້ານພະຍາດໂຄວິດ ຖ້າພົບເຫັນກໍລະນີມີການຕັ້ງວົງຊຸມແຊວ ຫຼືຮ້ານໃດທີ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ສາມາດໂທແຈ້ງເຈົ້າໜ້າທີ່ໄດ້ເບີວອດແອັບ 020 28899774.
# ຂ່າວ – ພາບ : ສົມສະຫວັນ