ປ່ອຍປາລົງສູ່ອ່າງນໍ້າຫຸມ-ນໍ້າຊ່ວງ ແລະ ປູກເບ້ຍໄມ້

       ບໍລິການຊົນລະກະເສດ ນໍ້າຫຸມ-ນໍ້າຊ່ວງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ປ່ອຍປາ 120.000 ໂຕ ລົງສູ່ອ່າງນໍ້າຫຸມ-ນໍ້າຊ່ວງ ແລະ ປູກເບ້ຍໄມ້ 1.5000 ເບ້ຍ ໃນວັນທີ 2 ກໍລະກົດ 2021 ທີ່ສູນບໍລິການຊົນລະກະເສດ ນໍ້າຫຸມ-ນໍ້າຊ່ວງ ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ສີສະຫວັດ ສິນທະວີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ບັນດາຫ້ອງການອ້ອມຂ້າງເມືອງ ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ.

    ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນຂະບວນຟົດຟື້ນ ແລະ ມີປະສິດທິຜົນສູງ ທັງຮັບປະກັນໃນການເຝົ້າລະວັງການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ສູນບໍລິການຊົນລະກະເສດນໍ້າຫຸມ-ນໍ້າຊ່ວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາຊາຍທອງ ໄດ້ມີການກໍານົດແຂກເຂົ້າຮ່ວມໃນພິທີ່ດັ່ງກ່າວ ຈາກ 6 ພາກສວນ ລວມທັງໝົດ 40 ທ່ານ.

#ຂ່າວ-ພາບ: ວຽງມາ

error: Content is protected !!