ກອງປະຊຸມນຳສະເໜີຜົນການສໍາຫຼວດຄໍາຄິດເຫັນຂອງປະຊາຊົນ ຕໍ່ກັບການບໍລິການຂອງລັດຢູ່ຂັ້ນເມືອງຮອບທີ 2 ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2021 ນີ້ ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ມີຜູ້ຕາງໜ້າຈາກບັນດາກະຊວງ ຄູ່ຮ່ວມພັດທະນາ ສະພາທ້ອງຖິ່ນຂັ້ນແຂວງ ອໍານາດການປົກຄອງແຂວງ ແລະ ເມືອງ ເຂົ້າຮ່ວມກອງປະຊຸມ ແລະ ຜ່ານກອງປະຊຸມລະບົບທາງໄກ.

ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງນີີ້ເປັນການແລກປ່ຽນຜົນໄດ້ຮັບຂອງການສໍາຫຼວດຄໍາຄິດເຫັນຂອງຜູ້ຊົມໃຊ້ບໍລິການຂອງລັດ (SUFS) ຂອງ 4 ເມືອງເປົ້າໝາຍ ເພື່ອຈະໄດ້ໃຊ້ເປັນບ່ອນອີງໃນວຽກງານຈັດຕັ້ງປະຕິບັດ ແລະ ຕິດຕາມການພັດທະນາເສດຖະກິດ-ສັງຄົມຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນຂັ້ນເມືອງ ໃນ 4 ເມືອງເປົ້າໝາຍ ປະກອບມີ: ເມືອງສຳພັນ ແຂວງຜົ້ງສາລີ ເມືອງຫຼາ ແຂວງອຸດົມໄຊ ເມືອງສະໝ້ວຍ ແຂວງສາລະວັນ ແລະ ເມືອງດາກຈຶງ ແຂວງເຊກອງ.


ການສໍາຫຼວດຄວາມຄິດເຫັນຂອງປະຊາຊົນຕໍ່ການບໍລິການຂອງລັດໃນຂັ້ນເມືອງນີ້ ເປັນເຄື່ອງມືທີ່ສໍາຄັນຊ່ວຍໃນການວັດແທກຜົນກະທົບຂອງການປັບປຸງການປົກຄອງ ແລະ ການບໍລິຫານລັດຢູ່ຂັ້ນເມືອງ ກໍຄືທ້ອງຖິ່ນໃນ ສປປ ລາວ ການສໍາຫຼວດ ຈະເປັນກົນໄກທີ່ປະຊາຊົນສາມາດມີສ່ວນຮ່ວມໃນການສະແດງທັດສະນະຕໍ່ການບໍລິຫານລັດ ແລະ ການພັດທະນາຢູ່ເມືອງຂອງເຂົາເຈົ້າ ເຊິ່ງແມ່ນຄວາມມຸ່ງຫວັງອັນແຮງກ້າຂອງພັກ ແລະ ລັດຖະບານ ທີ່ເປັນລັດຂອງປະຊາຊົນ ເພື່ອປະຊາຊົນ ແລະ ຜົນປະໂຫຍດຂອງປະຊາຊົນ ນອກນີ້ ການສໍາຫຼວດຄວາມຄິດເຫັນຂອງປະຊາຊົນ ຍັງເປັນຕົວຊີ້ວັດໜຶ່ງຂອງ ສປປ ລາວ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ການສໍາຫຼວດຄໍາຄິດເຫັນຂອງຜູ້ຊົມໃຊ້ບໍລິການຂອງລັດ (SUFS) ໄດ້ຮັບການສະໜັບສະໜູນຈາກແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ ໂດຍມີຄູ່ຮ່ວມພັດທະນາຫຼັກແມ່ນອົງການ ສປຊ ເພື່ອການພັດທະນາ (UNDP) ອົງການສະຫະປະຊາຊາດ ກອງທຶນເພື່ອການພັດທະນາ (UNCDF) ແລະ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດ (SDC). ການສໍາຫຼວດຄໍາຄິດເຫັນຂອງປະຊາຊົນຕໍ່ກັບການບໍລິການຂອງລັດຢູ່ຂັ້ນເມືອງ ຮອບທີ 1 ໄດ້ຈັດຕັ້ງປະຕິບັດ ໃນປີ 2019 ປະກອບມີ 4 ເມືອງ ຂອງ 4 ແຂວງ ຄື: ເມືອງຂວາ ແຂວງຜົ້ງສາລີ ເມືອງຊຽງຄໍ້ ແຂວງຫົວພັນ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ເມືອງໄຊເສດຖາ ແຂວງອັດຕະປື.

# ຂ່າວ & ພາບ: ເພັດສະໝອນ