ວັນທີ 2 ກໍລະກົດ 2021 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໂດຍເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ມີສະຫາຍຮອງເລຂາ ຄະນະປະຈຳພັກ ຄະນະພັກຮາກຖານ ຫົວໜ້າ ຮອງຫົວໜ້າກົມ ຫ້ອງການ ສະຖາບັນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ວຽງສະຫວັດ ສີພັນດອນ ກ່່າວວ່າ: ການເຊື່ອມຊຶມໃນຄັ້ງນີ້ ແມ່ນເພື່ອສຶບຕໍ່ສ້າງການຫັນປ່ຽນດ້ານແນວຄິດ ຈີນຕະນາການຢ່າງແຂງແຮງ ປັບປຸງ ຍົກສູງຫຼັກໝັ້ນການເມືອງ ຍົກສູງນ້ຳໃຈເສຍສະຫຼະ ແລະ ຢຶດໝັ້ນຕໍ່ອຸດົມການປະຕິວັດຂອງຄະນະພັກ ສະມາຊິກພັກ ພະນັກງານຢ່າງເດັດດ່ຽວໜຽວແໜ້ນ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ເດັດດ່ຽວແກ້ໄຂການເຊື່ອມຖອຍດ້ານແນວຄິດຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ-ພະນັກງານ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜັນຍິ່ງໆຂຶ້ນ ເພື່ອສ້າງຄວາມເປັນເອກະພາບ ແລະ ຄວາມຕັດສີນໃຈສູງແຕ່ຫົວທີ ໂດຍການເສີມຂະຫຍາຍສະຕິປັນຍາ ຫົວຄິດປະດິດສ້າງ ສ້າງຄວາມເຂົ້າໃຈ ຮັບຮູ້ກ່ຽວກັບການສ້າງຫັນປ່ຽນໃໝ່ຂອງບັນດາພະແນກການ ອົງການ ແລະ ເມືອງ ກໍໃຫ້ເກີດການຫັນປ່ຽນດ້ານແນວຄິດ ຊີ້ນຳ ຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ ໃຫ້ວ່ອງໄວ ມີປະສິດທິຜົນ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດ.

# ຂ່າວ & ພາບ: ຊິລິການດາ