ປກ​ສ ເມືອງ​ຫາດ​ຊາຍ​ຟອງ ປ່ອຍ​ປາ​ລົງ​ສູ່​ໜອງ​ລວມ 5 ພັນໂຕ ເພື່ອ​ຜະ​ລິດ​ສະ​ບຽງ​ອາ​ຫານໃຫ້​ກຸ້ມ​ຕົນ​ເອງ

    ເພື່ອ​ຕອບ​ສະ​ໜອງ​ການ​ລ້ຽງ​ປາ​ ຜະ​ລິດ​ສະ​ບຽງ​ອາ​ຫານ​ເພື່ອ​ເພີ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ໃຫ້​ມີ​ຢູ່​ມີ​ກິນ ອີກ​ທັງ​ເປັນ​ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ ອະ​ນຸຮັກ​ສັດ​ນ້ຳ-ສັດ​ປ່າໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ ຍືນ​ຍົງ​ ໃນ​ວັນ​ປ່ອຍ​ປາແຫ່ງ​ຊາດ  13 ກໍ​ລະ​ກົດ

    ດັ່ງ​ນັ້ນ ວັ​ນທີ 30 ມິ​ຖຸ​ນາ 2021 ​ກອງ​ບັນ​ຊາ​ການ ປກ​ສ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ຈຶ່ງ​ຈັດ​ພິ​ທີ​ປ່ອຍ​ປາ ລົງ​ສູ່​ໜອງ​ລວມ ທີ່​ຄ້າຍ​ຄຸມ​ຂັງ ເຊີ່ງ​ຈຳ​ນວນ​ປາ​ທີ່​ນຳ​ມາປ່ອຍ ​ແມ່ນປາ​ປາກ ຈຳ​ນວນ 5 ພັນ​ໂຕ  ເຊີ່ງ​ການ​ເຂົ້າ​ຮ່ວມ​ພິ​ທີ​ປ່ອຍ​ປາ ​ໂດຍ​ມີທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ມີ​ຮອງ​ເຈົ້າ​ເມືອງ ຫົວ​ໜ້າ​ກອງ​ບັ​ຊາ​ການ ປກ​ສ ເມືອງ ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ນັກ​ທຸ​ລະ​ກິດ​ເຂົ້າ​ຮ່ວມ

      ທ່ານ ພັ​ທ ແສງ​ທອງ ເກຶ້ອ​ບຸນ​ລ່ຳ ຫົວ​ໜ້າ​ກອງ​ບັ​ຊາ​ການ ປກ​ສ ເມືອງ​ຫາດ​ຊາຍ​ຟອງ ໄດ້​ກ່າວ​ວ່າ ເພື່ອ​ຕອບ​ສະ​ໜອງວັນ​ປ່ອຍ​ປາ​ ແລະ ວັນ​ອະ​ນຸ​ຮັກ​ສັດ​ນ້ຳ-ສັດ​ປ່າແຫ່ງ​ຊາດທີ່​ຈະ​ມາ​ເຖິງ ຕາມ​ກົດ​ໝາຍ​ທີ່​ກຳ​ນົດ​ໄວ້ໃນ​ວັນ​ທີ 13 ກໍ​ລະ​ກົດ ເຊີ່ງ​ເຫັນ​ໄດ້​ວ່າ ປາ ແລະ ສັດ​ນ້ຳ​ອື່ນ ແມ່ນ​ມີຄວາມ​ສຳ​ຄັນ​ລະ​ດັບ​ຕົ້ນ​ຕໍ​ ຕໍ່​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ເວົ້າ​ລວມ​ເວົ້າ​ສະ​ເພາະ ກໍ​ຄື​ກອງ​ບັນ​ຊາ​ການ​ ປກ​ສ ເມືອງ​ຫາດ​ຊາຍ​ຟອງພວກ​ເຮົາ ກໍ່ເຫັນ​ໄດ້​ຄວາມ​ສຳ​ຄັນ ເພື່ອ​ເພີ່ມ​ພູນ​ໃນ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານໃຫ້​ເພິ່ງ​ຕົ້ນ​ເອງ ກຸ້ມ​ຕົນ​ເອງ ມີ​ຢູ່​ມີ​ກິນ ຕາມ​ແນວ​ທາງ​ນະ​ໂຍ​ບາຍຂອງ​ພັກ-​ລັດ​ຖະ​ບານ ໂດຍ​ຈຸດ​ສຸມ​ກໍ່ແມ່ນ​ການ​ປູກ ການ​ລ້ຽງ ຜະ​ລິດ​ໃຫ້​ຫຼາຍ ​ແລະ ສາມາດ​ຂາຍ​ເປັນ​ສິນ​ຄ້າ  ແລະ ກໍອີງ​ໃສ່​ສະ​ພາບ​ໃນ​ປັດ​ຈຸ​ບັນ​ນີ້​ ດິນ​ຟ້າ​ອາ​ກາດ​ມີ​ການ​ປ່ຽນ​ແປງ ແຫຼ່ງ​ນ້ຳ​ທຳ​ມະ​ຊາດ​ຫ້ວຍ​ໜອງ​ຄອງ​ບືງ​ນັບ​ມື້​ກໍ​ຫຼຸດ​ບົກ​ແຫ້ງ​ລົງ ຈຳ​ນວນ​ປາ ແລະ ສັດ​ນ້ຳ​ອື່ນໆ​ກໍ່ຈະ​ສູນ​ຫາຍຫຼຸດ​ໜ້ອຍ​ວົງ​ເຊັ່ນ​ກັນ

     ສະ​ນັ້ນ ​ການ​ລ້ຽງ​ປາ ກໍ່ແມ່ນ​ວຽກ​ງານ​ໜື່ງ​ທີ່ນອນ​ຢູ່​ໃນ​ແຜນ​ການ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​​ຄົມຂອງ​ເມືອງຫາດ​ຊາຍ​ຟອງວາງ​ອອກ ​ເພື່ອ​ຊຸກ​ຍູ້​ຕາມ​ເງື່ອນ​ໄຂໃຫ້​ມີ​ການ​ທຳ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ແລະ ເພື່ອ​ອະ​ນຸຮັກ​ຮັກ​ສາ ​ສົ່ງ​ເສີມ​ແນວ​ພັນ​ຂອງ​ປາ​ໃຫ້​ຍືນ​ຍົງຕະ​ຫຼອດ​ໄປ ແລະ ທີ່​ສຳ​ຄັນ​ ແມ່ນ​ຢຸດ​ການ​ຫາ​ປາ​ທີ່​​ບໍ່​ຖືກ​ຕ້ອງ ​ເຊີ່ງ​ຈະ​ເຮັດ​ໃຫ້​ປານັ້ນ​ບໍ່​ຂະ​ຫຍາຍ​ພັນ ແລະ​ ກໍ່ຈະ ສູນ​ຫາຍ​ໄປແບບ​ຖາ​ວອນ.

​                               # ຂ່າວ & ພາບ:  ສົມສະຫວັນ

error: Content is protected !!