ລຊມລ ສະໜັບສະໜູນວຽກງານການຕອບໂຕ້ພະຍາດ COVID-19

    ບໍ­ລິ­ສັດ​ລ້ານ​ຊ້າງ​ມີ​ເນ​ໂຣນສ໌ ລິ​ມິ​ເຕັດ (ລຊມລ) ບໍ່​ຄຳ-ທອງ​ເຊ​ໂປນ ມອບ​ຜ້າ​ປິດ​ປາກ ເຄື່ອງ​ກວດ​ອຸນ­ຫະ­ພູມ​ຮ່າງ­ກາຍ ນ້ຳ​ຢາ​ລ້າງ​ມື ເຄື່ອງ​ສະ​ເປ​ຢາ​ຂ້າ​ເຊື້ອ​ໄຟ­ຟ້າ ແລະ ນ້ຳ​ຢາ​ຂ້າ​ເຊື້ອ ມູນ​ຄ່າ 142.000.000 ກີບ ໃຫ້​ເມືອງ​ວິ­ລະ​ບູ​ລີ ແລະ ແຂວງ​ສະ­ຫວັນ​ນະ​ເຂດ ເພື່ອ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ເຊື້ອ COVID-19.

    ທ່ານ ສະ­ໝານ ອະ​ເນ​ກາ ຜູ້­ອຳ­ນວຍ­ການ​ໃຫຍ່ ລຊມລ ກ່າວ​ວ່າ: ລຊມລ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ອຸ­ປະ­ກອນ-ເຄື່ອງ­ມື​ເຫຼົ່າ​ນີ້ ຈະ​ປະ­ກອບ­ສ່ວນ​ໃນ​ການ​ຕໍ່­ສູ້-ຮັບ​ມື​ກັບ​ການ​ລະ­ບາດ COVID-19 ແລະ ຈະ​ຊ່ວຍ​ໃຫ້​ພະ­ນັກ­ງານ​ແພດ​ໝໍ ປະ­ຊາ­ຊົນ​ເມືອງ​ວິ­ລະ​ບູ​ລີ ແລະ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ຮັບ​ຄວາມ​ສະ­ດວກ​ຍິ່ງ​ຂຶ້ນ.

    ໃນ 2 ເດືອນ​ຜ່ານ​ມາ ເຫັນ​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ແຜ່​ລາມ​ຢ່າງ​ວ່ອງ­ໄວ​ໃນ ສປ ຈີນ ແລະ ໃນ​ຫຼາຍ​ກວ່າ 20 ປະ­ເທດ​ໃນ​ໂລກ ບໍ­ລິ­ສັດ ລຊມລ ໄດ້​ມອບ​ເງິນ 15.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 134 ລ້ານ​ກີບ ໃຫ້​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ເພື່ອ​ປະ­ກອບ­ສ່ວນ​ຮ່ວມ​ທຶນ​ທີ່​ສະ­ມາ­ຄົມ​ມິດ­ຕະ­ພາບ ລາວ-ຈີນ ຮ່ວມ​ກັບ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຈັດ​ຂຶ້ນ ເພື່ອ​ລະ­ດົມ​ທຶນ​ໄປ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ເຄາະ​ຮ້າຍ​ຈາກ​ພະ­ຍາດ COVID-19 ຢູ່ ສປ ຈີນ ປັດ­ຈຸ­ບັນ ​ພະ­ຍາດ​ດັ່ງ­ກ່າວ​ໄດ້​ແຜ່​ລາມ​ໄປ​ຫຼາຍ​ກວ່າ 210 ປະ­ເທດ ມີ​ຜູ້​ຕິດ­ເຊື້ອ​ຫຼາຍ​ກວ່າ 1,6 ລ້ານ​ຄົນ ແລະ ພາກ​ຊີ­ວິດ​ຄົນ​ເຮົາ​ຫຼາຍ​ກວ່າ 95.000 ຄົນ ໃນ​ທົ່ວ​ໂລກ. 

    ລຊມລ ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ປົກ​ປ້ອງ​ພະ­ນັກ­ງານ ແລະ ຊຸມ​ຊົນ​ອ້ອມ​ຂ້າງ​ບໍ່​ແຮ່​ຂອງ​ພວກ​ເຮົາ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ ບໍ່​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ພະ­ຍາດ COVID-19 ໂດຍ​ວັນ​ທີ 10 ເມ­ສາ 2020 ໄດ້​ມອບ​ອຸ­ປະ­ກອນ​ເຄື່ອງ­ມື​ປ້ອງ​ກັນ​ພະ­ຍາດ COVID-19 ມູນ​ຄ່າ 97.000.000 ກີບ ໃຫ້​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ສະ­ຫວັນ​ນະ​ເຂດ ເຊິ່ງ​ມອບ​ໂດຍ​ທ່ານ​ນາງ ລັດ​ສະ​ນີ ສີ​ສານ ຫົວ­ໜ້າ​ພົວ­ພັນ​ກັບ​ລັດ­ຖະ­ບານ ບໍ­ລິ­ສັດ ລຊມລ ແລະ ຮັບ​ໂດຍ​ທ່ານ ໂພ​ໄຊ ໄຊ​ຍະ​ສອນ ຮອງ​ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ແລະ ທ່ານ ພູ​ຂົງ ນາມ​ມະ​ຈັກ ຫົວ­ໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ວັນ​ທີ 9 ເມ­ສາ 2020 ກໍ​ໄດ້​ມອບ​ອຸ­ປະ­ກອນ​ເຄື່ອງ­ມື​ປ້ອງ​ກັນ​ພະ­ຍາດ COVID-19 ມູນ​ຄ່າ 44.500.000 ກີບ ໃຫ້​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ວິ­ລະ​ບູ​ລີ ເຊິ່ງ​ມອບ​ໂດຍ​ທ່ານ ພໍ ແຮ​ຣິສ໌ ຜູ້​ຈັດ­ການ​ໃຫຍ່ ລຊມລ ແລະ ຮັບ​ໂດຍ​ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ເຈົ້າ­ເມືອງ​ວິ­ລະ​ບູ​ລີ.

error: Content is protected !!