ສະມາຄົມນັກທຸລະກິດໜຸ່ມ ເມືອງນາຊາຍທອງ ໄດ້ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ເມືອງນາຊາຍທອງ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນໃນການຕ້ານພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນວັນທີ 22 ເມສາ 2020 ທີ່ປົກຄອງເມືອງນາຊາຍທອງ ແລະ ເມືອງສີໂຄດຕະບອງ ຕາງໜ້າມອບຂອງທ່ານ ສົມບູນ ເນຕິບັນດິດ ປະທານບໍລິສັດ ທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ທັງເປັນປະທານສະມາຄົມນັກທຸລະກິດໜຸ່ມເມືອງນາຊາຍທອງ ພ້ອມຄະນະ ຕາງໜ້າຮັບຂອງທ່ານ ວຽງຄຳ ສີຫາໂຄດ ຮອງເຈົ້າເມືອງນາຊາຍທອງ ແລະ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດ ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສົມບູນ ເນຕິບັນດິດ ໄດ້ກ່າວວ່າ: ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃຫ້ທັງ 2 ເມືອງໃນຄັ້ງນີ້ ປະກອບມີ ນ້ຳດື່ມ ເຫຼົ້າຂ້າເຊື້ອ ຜ້າອັດປາກ ເຈວລ້າງມື ລວມມູນຄ່າເຄື່ອງຊ່ວຍເຫຼືອທັງໝົດ 40 ລ້ານກີບ ໃນນັ້ນ ມອບໃຫ້ເມືອງລະ 20 ລ້ານກີບ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ເປັນການປະກອບສ່ວນຂອງຫົວໜ່ວຍທຸລະກິດ ທີ່ນອນຢູ່ໃນສະມາຄົມທຸລະກິດໜຸ່ມ ເມືອງນາຊາຍທອງ ຂອງພວກເຮົາ ແລະ ປັດຈຸບັນ ພວມລະດົມໃຫ້ບັນດາຫົວໜ່ວຍທຸລະກິດ ປະກອບສ່ວນຊ່ວຍເຫຼືອເພີ່ມ ເພື່ອນຳໄປມອບໃຫ້ຄະນະສະເພາະກິດ ນວ.
ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ທາງເມືອງນາຊາຍທອງ ແລະ ເມືອງສີໂຄດຕະບອງ ຈະນຳໄປມອບຕໍ່ໃຫ້ສູນກວດກາແຕ່ລະຈຸດຂອງເມືອງ ແລະ ສາທາລະນະສຸກເມືອງ ລວມທັງຄອບຄົວທີ່ຫຍຸ້ງຍາກຂາດເຂີນ.