ທະນາຄານທຸລະ​ກິດ​ລາວ-​ຫວຽດ ອຸປະຖໍານັກກີລາກອງທັບ

     ວັນທີ 28 ມິຖຸນາ 2021 ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເງິນ 10 ລ້ານກີບ ໃຫ້ທີມນັກກີລາກອງທັບ ໂດຍສະເພາະແມ່ນກອງພັນໃຫຍ່ລົດຕັງ-ຍານເກາະ 661 ເພື່ອເຂົ້າຮ່ວມແຂ່ງຂັນ Army Games 2021 ທີ່ປະເທດຣັດເຊຍ ກ່າວມອບໂດຍທ່ານ ສີປະເສີດ ຄ່ວງສະຫວັນ ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ແລະ ກ່າວຮັບໂດຍທ່ານ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າກອງພັນໃຫຍ່ລົດຕັງ-ຍານເກາະ 661 ມີຄະນະນໍາທັງສອງຝ່າຍເຂົ້າຮ່ວມ.

    ປີ 2020 ທີມນັກກີລາກອງພັນໃຫຍ່ລົດຕັງ-ຍານເກາະ 661 ສາມາດຍາດໄດ້ລາງວັນທີ 2 ຈາກການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນ (Army Games 2020) ທີ່ປະເທດຣັດເຊຍ ໄດ້ເຮັດໃຫ້ບົດບາດຂອງກອງທັບປະຊາຊົນລາວເຮົາຖືກຍົກສູງໃນເວທີສາກົນ ແລະ ປີ 2021 ກໍເປັນອີກປີໜຶ່ງທີ່ລາວເຮົາໄດ້ເຂົ້າຮ່ວມແຂ່ງຂັນ.   

# ຂ່າວ – ພາບ: ສົມສະຫວັນ

error: Content is protected !!