ພິທີມອບ-ຮັບເງິນໃຫ້ແກ່ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) 9 ຕົວເມືອງໃນນະຄອນຫຼວງວຽຈັນ (ນວ) ເພື່ອນຳໄປຊ່ວຍເຫຼືອແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຈັດຂຶ້ນວັນທີ 30 ມິຖຸນາ 2021 ທີ່ພະແນກ ຮສສ ນວ ເປັນກຽດມອບໂດຍທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ ຮັບໂດຍຕາງໜ້າຫ້ອງການ ຮສສ 9 ຕົວເມືອງ ມີຮອງເຈົ້າເມືອງ ຫົວໜ້າ ຮອງຫົວໜ້າຫ້ອງການ ຮສສ ເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະຕິບັດຕາມແຈ້ງການຂອງຫ້ອງການກະຊວງ ຮສສ ວ່າດ້ວຍການອະນຸມັດງົບປະມານເພື່ອຊ່ວຍເຫຼືອສຸກເສີນປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ແລະ ຂໍ້ຕົກລົງຂອງຫົວໜ້າພະແນກ ຮສສ ນວ ວ່າດ້ວຍການແບ່ງປັນຊ່ວຍເຫຼືອແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນ 9 ຕົວເມືອງໃນ ນວ ຈຳນວນ 625.000.000 ກີບ ໃນນີ້ ເມືອງສີສັດຕະນາກ ເມືອງຈັນທະບູລີ ສີໂຄດຕະບອງ ໄຊເສດຖາ ຫາດຊາຍຟອງ ເມືອງສັງທອງ ນາຊາຍທອງ ແລະ ເມືອງປາກງື່ມ ມີຜູ້ໄດ້ຮັບຜົນກະທົບເມືອງລະ 250 ຄົນ ໄດ້ຮັບເງິນຊ່ວຍເຫຼືອເມືອງລະ 62.500.000 ກີບ ສ່ວນເມືອງໄຊທານີ ມີຜູ້ໄດ້ຮັບຜົນກະທົບ 500 ຄົນ ໄດ້ຮັບເງິນຊ່ວຍເຫຼືອ 125.000.000 ກີບ ຫຼັງຈາກທີ່ມອບ-ຮັບແລ້ວ ແມ່ນຈະແຈກຢາຍໃຫ້ເຖິງມືປະຊາຊົນກຸ່ມເປົ້າໝາຍໃນເດືອນກໍລະກົດນີ້.

# ຂ່າວ & ພາບ: ອົ່ນ ໄຟສົມທອງ