ເພື່ອເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 29 ມິຖຸນາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ວັນມະນີ ພິມມະສອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສູນການຄ້າວຽງຈັນເຊັນເຕີ້ ແລະ ສູນການຄ້າພາກຊັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ການລົງເຄື່ອນໄຫວຂອງຄະນະດັ່ງກ່າວທີ່ສູນການຄ້າວຽງຈັນເຊັນເຕີ້ ທ່ານ ເຖິງເຖິງ ຜູ້ຕາງໜ້າຄະນະບໍລິຫານສູນການຄ້າວຽງຈັນເຊັນເຕີ້ ໄດ້ໃຫ້ກຽດຕ້ອນຮັບ ແລະ ລາຍງານຫຍໍ້ການເຄື່ອນໄຫວທຸລະກິດ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ສູນການຄ້າວຽງຈັນເຊັນເຕີ້ ເລີ່ມເປີດບໍລິການເປັນປົກກະຕິນັບແຕ່ວັນທີ 5 ມິຖຸນາ 2021 ເປັນຕົ້ນມາ ເປີດແຕ່ເວລາ 10:00-19:00 ໂມງ ນອກຈາກໂຮງຮູບເງົາ ສູນໂບລິ້ງ ເຄື່ອງຫຼີ້ນເດັກນ້ອຍ ແລະ ຮ້ານອາຫານ (ຊັ້ນ 3) ສຳລັບຕຶກສຳນັກງານຫ້ອງການ ແມ່ນໄດ້ຈັດພະນັກງານຜັດປ່ຽນກັນເຂົ້າວຽກຕາມປົກກະຕິຂອງແຕ່ລະບໍລິສັດ ໄດ້ຈັດຕັ້ງການເວນຍາມ ເພື່ອຮັກສາຄວາມປອດໄພຕະຫຼອດ 24 ຊົ່ວໂມງ.

ດ້ານນະໂຍບາຍຕໍ່ລູກຄ້າ ຫ້າງຮ້ານ ໃນໄລຍະທີ່ຢຸດດຳເນີນທຸລະກິດຊົ່ວຄາວ ແມ່ນໄດ້ຢຸດເກັບຄ່າເຊົ່າຮ້ານ ແລະ ໄລຍະການເປີດຮ້ານຄືນໃໝ່ ກໍໄດ້ປະຕິບັດນະໂຍບາຍຜ່ອນຜັນຕາມສະພາບຄວາມເປັນຈິງຂອງລູກຄ້າ ຕາມນະໂຍບາຍຜ່ອນຜັນທຸລະກິດຂະໜາດນ້ອຍ ຕະຫຼອດໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ທີ່ຮ້າຍແຮງນີ້

ສຳລັບການເຄື່ອນໄຫວ ແລະ ເຮັດວຽກຂອງທ່ານຮອງເຈົ້າຄອງ ນວ ຢູ່ສູນການຄ້າພາກຊັນ ທ່ານ ຫວາງ ສຽວ ຈິ້ງ ປະທານສູນການຄ້າພາກຊັນ ໄດ້ໃຫ້ກຽດຕ້ອນຮັບ ແລະ ລາຍງານຫຍໍ້ການເຄື່ອນໄຫວທຸລະກິດ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ປັດຈຸບັນ ພະນັກງານສູນການຄ້າພາກຊັນມີທັງໝົດ 98 ຄົນ ທັງໝົດແມ່ນໄດ້ຮັບຢາວັກແຊງເຂັມທີ 2 ເກືອບ 100% ສ່ວນຊາວຄ້າ-ຂາຍພາຍໃນສູນການຄ້າ ກໍໄດ້ຮັບການສັກຢາວັກແຊງເຂັມທີ 2 ເກືອບ 100% ເຊັ່ນດຽວກັນ ດ້ານການປ້ອງກັນພະຍາດໂຄວິດ-19 ສູນການຄ້າໄດ້ມີເຄື່ອງວັດແທກອຸນຫະພຸມ ຜ້າອັດປາກ-ດັງ ແລະ ເຈວລ້າງມືໃຫ້ລູກຄ້າແຕ່ລະຄົນ ກ່ອນເຂົ້າໄປພາຍໃນສູນການຄ້າ ພ້ອມທັງຮັກສາໄລຍະຫ່າງ ແລະ ຂ້າເຊື້ອພະຍາດທຸກໆວັນຫຼັງຈາກປິດການບໍລິການລູກຄ້າ.

ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ທັງສອງສູນການຄ້າ ຈົ່ງສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນ ເພີ່ມທະວີການຮັກສາໄລຍະຫ່າງ ເນື່ອງຈາກວ່າປັດຈຸບັນກຸ່ມຜູູ້ຕິດເຊື້ອບໍ່ສະແດງອາການ ສະນັ້ນ ການຮັກສາໄລຍະຫ່າງເປັນສິ່ງສຳຄັນບໍ່ຄວນຖືເບົາ ວັດແທກອຸນຫະພູມແຕ່ລະຄົນທີ່ເຂົ້າມາໃນສູນການຄ້າ ໃຊ້ຜ້າອັດປາກ-ອັດດັງ ແລະ ໃຊ້ເຈວລ້າງມື ພ້ອມທັງໃຫ້ການສະໜັບສະໜູນຄະນະສະເພາະກິດປ້ອງກັນໂຄວິດ-19 ຂອງແຕ່ລະເມືອງ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດດັ່ງກ່າວນີ້ໃຫ້ຫຼຸດລົງເທື່ອລະກ້າວ.
# ຂ່າວ & ພາບ: ຊິລິການດາ