ປູກໝາກນາວເປັນສິນຄ້າ ຖືວ່າເປັນອີກອາຊີບໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເຊິ່ງຄອບຄົວທ່ານ ວຽງສະຫວັດ ວຽງມອນສະຫວັດ ບ້ານນາໄຊ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເປັນຄອບຄົວໜຶ່ງທີ່ຢຶດຖືອາຊີບປູກໝາກນາວເປັນສິນຄ້າມາໄດ້ 4 ປີ ປັດຈຸບັນ ຜົນຜະລິດກໍາລັງເກັບຈໍາໜ່າຍສູ່ທ້ອງຕະຫຼາດ.

ທ່ານ ວຽງສະຫວັນ ວຽງມອນສະຫວັດ ໃຫ້ສໍາພາດວັນທີ 30 ມິຖຸນາ 2021 ວ່າ: ພາຍຫຼັງທີ່ຮັບອຸດໝູນບໍານານແລ້ວ ເຫັນວ່າການຜະລິດກະສິກໍາເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ດ້ວຍຄວາມມັກຮັກທາງດ້ານກະສິກໍາ ດັ່ງນັ້ນ ຈຶ່ງໄດ້ປຶກສາຫາລືກັບຄອບຄົວວ່າຈະທໍາການຜະລິດພືດຊະນິດໃດໃສ່ເນື້ອທີ່ດິນຈໍານວນ 3 ໄລ່ ຂອງຄອບຄົວຕົນ ທີ່ມີຢູ່ບ້ານຖິ່ນຄໍາ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ເກີດຜົນປະໂຫຍດສູງສຸດ ຈາກນັ້ນ ໄດ້ເບິ່ງການຜະລິດກະສິກໍາປູກໝາກນາວຢູ່ໂທລະພາບ ແລະ ຢູທູບ ເຫັນວ່າມີວິທີການປູກ ແລະ ການບົວລະບັດຮັກສາທີ່ສະດວກສະບາຍ ຈຶ່ງໄດ້ຕັດສິນໃຈປູກໝາກນາວໃສ່ເນື້ອທີ່ດິນດັ່ງກ່າວ ໂດຍໄດ້ຊື່ແທ່ງມາເພື່ອກະກຽມການປູກ ເຊິ່ງໄດ້ເລີ່ມປູກມາແຕ່ປີ 2016 ເປັນຕົ້ນມາ ໃນເບື້ອງຕົ້ນ ໄດ້ຊື້ເບ້ຍໝາກນາວຢູ່ບ້ານໜອງຂຽດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ມາປູກຈໍານວນ 100 ເບ້ຍ ຈາກນັ້ນ ຕົ້ນໝາກນາວຈໍານວນດັ່ງກ່າວໄດ້ເຕີບໃຫຍ່ ແລະ ໃຫ້ຜົນຜະລິດ ຕົນໄດ້ກັ່ນຕົ້ນໝາກນາວເພື່ອຂະຫຍາຍປູກອອກຕື່ມ ມາຮອດປັດຈຸບັນ ຕົ້ນໝາກນາວຢູ່ສວນມີປະມານ 300 ຕົ້ນ ແລະ ກໍາລັງຢູ່ໃນການເກັບຜົນຜະລິດຈໍາໜ່າຍສູ່ທ້ອງຕະຫຼາດ ໂດຍມີແມ່ຄ້າມາຊື້ກັບທີ່ ອາທິດລະ 250-300 ກິໂລກຣາມ ຈໍາໜ່າຍໃນລາຄາ 3.000 ກີບຕໍ່ກິໂລ ຫຼື ໝື່ນລະ 50.000 ກີບ ສະເລ່ຍ ອາທິດໜຶ່ງສ້າງລາຍຮັບເຂົ້າສູ່ຄອບຄົວປະມານ 800.000-1.000.000 ກີບຕໍ່ອາທິດ.

# ຂ່າວ & ພາບ: ຂັນທະວີ