
ເພື່ອເປັນການປະກອບສ່ວນຊຸກຍູ້ການເຮັດວຽກຂອງເຈົ້າໜ້າທີ ລວມທັງກຳລັງ ປກສ ປກຊ ແລະ ພະນັກງານແພດໝໍ ທີ່ໄດ້ປະຕິບັດໜ້າທີ່ ໄດ້ຕັ້ງໜ້າປະຕິບັດໜ້າທີ່ເພື່ອຕ້ານ ແລະ ສະກັດກັ້ນພະຍາດ Covid-19 ບໍ່ໃຫ້ແຜ່ລະບາດເປັນວົງກ້ວາງ.

ໃນວັນທີ 10 -13 ເມສາ 2020 ຜ່ານມາ ທ່ານ ສົມພາວັນ ເສີກປັນຍາ ໄດ້ລະດົມການຊ່ວຍເຫຼືອຈາກຄອບຄົວ ແລະ ໝູ່ເພື່ອນ ນຳມາຊື້ນໍ້າດື່ມ ຜ້າປິດປາກ ເຈວລ້າງມື ມູນຄ່າ 13 ລ້ານກີບ ໄປມອບໃຫ້ 7 ຈຸດກວດກາຕິດຕາມສະກັດກັ້ນພະຍາດນີ້ ແລະ ຫ້ອງການສາທາລະນະສຸກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

