ວັນທີ 30 ມິຖຸນາ 2021 ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທະລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິ-19 ຖະແຫຼງວ່າ: ວັນທີ 29 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.524 ຄົນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 20 ຄົນ ໃນນັ້ນ ສະຫວັນນະເຂດ 9 ຄົນ (ກໍລະນີນໍາເຂົ້າ) ຈຳປາສັກ 6 ຄົນ (ກໍລະນີນໍາເຂົ້າ) ແຂວງວຽງຈັນ 4 ຄົນ (ຕິດເຊື້ອໃນຊຸມຊົນ) ແລະ ແຂວງຄໍາມ່ວນ 1 ຄົນ ປັດຈຸບັນມີຜູ້ຕິດເຊື້ອສະສົມ 2.121 ຄົນ ປິ່ນປົວຫາຍດີ 1.981 ຄົນ.



# ຂ່າວ & ພາບ: ລັດເວລາ